ການພົບປະຫາລື ແລະ ແນະນຳຄູ່ຮ່ວມງານ ກັບ ສະຖາບັນເຕັກໂນໂລຊີແຫ່ງຊາດ ຄູໂມ
ໃນເວລາ 14:00 ໂມງ ຂອງວັນທີ 25 ພຶດສະພາ 2026 ຜ່ານມາ, ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ໄດ້ຕ້ອນຮັບ ສາດສະດາຈານ ຊຶງຮວານ ລີ (Seunghwan Lee) ພ້ອມດ້ວຍທິມງານ ຈາກສະຖາບັນເຕັກໂນໂລຊີແຫ່ງຊາດ ຄູໂມ ຈາກ ສ.ເກົາຫຼີ (Kumoh National Institute of Technology - KIT) ໂດຍໃຫ້ກຽດຕ້ອນຮັບ ຂອງທ່ານ ອານຸສິນ ແສງສຸລິນ ຮອງຜູ້ນຳອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ພ້ອມມີຄະນະພະແນກ ແລະ ສູນກ່ຽວຂ້ອງ

ການມາພົບປະຂອງຄະນະດັ່ງກ່າວໃນຄັ້ງນີ້ ມີຈຸດປະສົງ ເພື່ອປຶກສາຫາລື ແລະ ຊອກຫາຄູ່ຮ່ວມງານຝ່າຍລາວ ທີ່ມີທ່າແຮງ ສຳລັບການຈັດຕັ້ງປະຕິບັດ 2 ແຜນງານພັດທະນາຊຸມຊົນ ດັ່ງນີ້:
- ຕູ້ຢອດຫຼຽນນໍ້າດື່ມອັດຕະໂນມັດ: ເພື່ອສະໜອງນໍ້າດື່ມທີ່ສະອາດ, ປອດໄພ ແລະ ໃນລາຄາທີ່ປະຢັດ.
- ລະບົບກ໊າສຊີວະພາບ (Biogas): ເພື່ອຫັນປ່ຽນສິ່ງເສດເຫຼືອທາງການກະສິກຳ ໃຫ້ເປັນພະລັງງານສະອາດ ແລະ ຝຸ່ນຊີວະພາບ.


