ທີ່ຕັ້ງ ແລະ ພາລະບົດບາດ

         

     ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ຕັ້ງຢູ່ບ້ານດອນຕິ້ວ (ຫຼັກກິໂລແມັດທີ 14) ເມືອງໄຊທານີ ນະຄອນຫຼວງວຽງຈັນ.

    ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ຂຽນເປັນຕົວອັກສອນຫຍໍ້ “ສວນ” ເປັນກົງຈັກວິຊາການ ໃນໂຄງປະກອບການຈັດຕັ້ງ ຂອງກະຊວງສຶກສາທິການ ແລະ ກິລາ

ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ໃນການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າ, ພັດທະນາ, ນໍາໃຊ້ ແລະ ບໍລິການ ໃນຂົງເຂດວິທະຍາສາດ ແລະ ນະວັດຕະກໍາ.