ການຮ່ວມມືກັບຕ່າງປະເທດ
1. ສສ ຫວຽດນາມ
2. ສ ເກົາຫຼີ
3. ຝຣັ່ງ
4. ສປ ຈີນ
1. ສສ ຫວຽດນາມ
2. ສ ເກົາຫຼີ
3. ຝຣັ່ງ
4. ສປ ຈີນ
ໃນຄັ້ງວັນທີ 24 ມັງກອນ 2025 ຜ່ານມານີ້ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ໄດ້ຕ້ອນຮັບ ແລະ ເຮັດວຽກຮ່ວມກັບ ທ່ານ Zen Pengxin ຫົວໜ້າກົມຄຸ້ມຄອງຂໍ້ມູນເອເລັກໂຕຼນິກ ຂະໜາດໃຫຍ່ (Big Data) ຈີນ-ອາຊຽນ, ຫ້ອງການພັດທະນາສໍານັກງານຖານຂໍ້ມູນ ຂະໜາດໃຫຍ່ ກວາງຊີ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ເພື່ອປຶກສາຫາລື ກັບ ຄະນະສະຖາບັນ ພ້ອມດ້ວຍຄະນະ, ຢູ່ທີ່ ຫ້ອງປະຊຸມ ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກໍາ.
ຝ່າຍ ສປ ຈີນ ໄດ້ລາຍງານຫຍໍ້ ກ່ຽວກັບໜ້າທີ່ກົມ ກໍຄື ສໍານັກງານຖານຂໍ້ມູນ ມີໜ້າທີ່ບໍລິຫານການເຄື່ອນໄຫວ ແຜນພັດທະນາ Technology Digital ແລະ ເສດຖະກິດ Digital ກວາງຊີ ເຊິ່ງປະຈຸບັນລັດຖະບານ ສປຈີນ ມີນະໂຍບາຍ ດ້ານເສດຖະກິດດິຈິຕ໋ອນ, ລັດຖະບານດິຈິຕ໋ອນ, ພັດທະນາປັນຍາປະດິດ, ການພັດທະນາຂໍໍ້ມູນຂ່າວສານ ຈີນ-ອາຊຽນ ແລະ ພັດທະນາຊັບພະຍາກອນມະນຸດ.
ໃນວັນທີ 21 ຕຸລາ 2024 ນີ້, ທີ່ ເຮືອນຮັບແຂກ ບໍລິສັດ ໄຟຟ້າ ນ້ຳເທີນ 2 ເມືອງ ນາກາຍ ແຂວງ ຄຳມ່ວນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ, ສປປ ລາວ ແລະ ສະຖາບັນຄົ້ນຄ້ວາເພື່ອການພັດທະນາ, ສາທາລະນະລັດ ຝຣັ່ງ;
ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຮສ. ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຮອງເຈົ້າແຂວງ ແຂວງຄຳມ່ວນ, ທ່ານ ເຈົ້າເມືອງ ເມືອງນາກາຍ, ທ່ານ ປະທານ ຜູ້ບໍລິຫານ ບໍລິສັດ ໄຟຟ້າ ນໍ້າເທີນ 2 ຈຳກັດ ແລະ ບັນດາແຂກຖືກເຊີນ ເຂົ້າຮ່ວມ.
ຄັ້ງວັນທີ 05-06 ສິງຫາ 2024, ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ (“SIRI”) ໄດ້ເປີດກອງປະຊຸມພົບປະປຶກສາຫາລື ແນວທາງການຮ່ວມມືໃນຕໍ່ໜ້າ ກັບສະຖາບັນຂໍ້ມູນຂ່າວສານ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ ສ. ເກົາຫຼີ (“KISTI”) ທີ່ ຫ້ອງປະຊຸມ ຂອງສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ. ຈຸດປະສົງ ຂອງການເປີດກອງປະຊຸມພົບປະປຶກສາຫາລືໃນຄັ້ງນີ້ ແມ່ນ
ກະຊວງ ສສກ ສປປ ລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ຈັດກອງປະຊຸມສຳມະນາການຮ່ວມມືດ້ານວິທະຍາສາດ ແລະ ນະວັດຕະກຳ