ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • photos siri 1.jpg
  • photos siri 2.jpg
  • Photos siri 4.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ໄດ້ພົບປະເຮັດວຽກຮ່ວມກັບສະຖາບັນຂໍ້ມູນຂ່າວສານ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ ສ.ເກົາຫຼີ

ເພື່ອປັບປຸງ ແລະ ພັດທະນາລະບົບຖານຂໍ້ມູນ ວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແບບທັນສະໄໝເປັນຕົ້ນແມ່ນການຄຸ້ມຄອງ ແລະ ບໍລິການຂໍ້ມູນການຄົ້ນຄວ້າ, ການພັດທະນາ E-Library ແລະ ການສ້າງບຸກຄະລາກອນ.

    ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ໄດ້ນຳພາ ແລະ ນຳສະເໜີ ຄະນະ (KISTI) ເຄື່ອນໄຫວເຮັດວຽກ ດັ່ງຕໍ່ໄປນີ້: 1. ແລກປ່ຽນຂໍ້ມູນ, ບົດຮຽນ ການພັດທະນາ ລະບົບຖານຂໍ້ມູນ ວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະ ສ. ເກົາຫຼີ ໂດຍພື້ນຖານ; 2. ເຂົ້າພົບປະກັບທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ; 3. ທັດສະນະສຶກສາ ລະບົບຖານຂໍ້ມູນ ຂອງສູນສະຖິຕິການສຶກສາ ແລະ ກິລາ, ກົມແຜນການ (ກະຊວງສຶກສາທິການ ແລະ ກິລາ); ກົມກິດຈະການນັກສຶກສາ ແລະ ສູນຂໍ້ມູນດິຈິຕ໋ອນ, ກົມເຕັກໂນໂລຊີດີຈີຕອນ (ກະຊວງເຕັກໂນໂລຊີ ແລະ ການສື່ສານ); 4. ເຮັດບົດບັນທຶກກອງປະຊູມຮ່ວມກັນ ລະຫວ່າງສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ກັບສະຖາບັນຂໍ້ມູນຂ່າວສານ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ ສ. ເກົາຫຼີ.

    ວັນທີ 06 ສິງຫາ 2024 ສະຖາບັນ KISTI ແລະ  SIRI ໄດ້ຮ່ວມກັນຂຽນບົດລາຍງານການຮ່ວມມື ເຊິ່ງບົດລາຍງານການຮ່ວມມືຄັ້ງນີ້ ໄດ້ຂຽນ ແລະ ບັນທຶກ ເປັນພາສາອັງກິດ, ແລະ ຈະສ້າງບົດບັນທຶກຄວາມເຂົ້າໃຈ (MOU) ໃນຕໍ່ໜ້າ.

 

 

WhatsApp Image 2024 08 06 at 10.01.27

 

WhatsApp Image 2024 08 06 at 10.50.50

 

WhatsApp Image 2024 08 06 at 14.34.01

 

     ໃນໄລຍະການມາຢ້ຽມຢາມ ແລະ ການປຶກສາຫາລື, ຄະນະຜູ້ແທນ ຂອງ (“KISTI”)  ໄດ້ປຶກສາຫາລື ກັບສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ (“SIRI”), ກະຊວງສຶກສາທິການ ແລະ ກິລາ ຕໍ່ທິດທາງ ການຮ່ວມມືທີ່ເປັນໄປໄດ້ໃນຕໍ່ໜ້າ ເຊິີ່ງເນື້ອໃນການໂອ້ລົມທັງໝົດ ແມ່ນບົນພື້ນຖານມິດຕະພາບການຮ່ວມມື ຂອງ ລາວ-ເກົາຫຼີ. ກອງປະຊຸມດັ່ງກ່າວ ໄດ້ດຳເນີນໄປດ້ວຍບັນຍາກາດທີດີງາມ, ສ້າງສັນ ແລະ ເປັນກັນເອງ ທັງສອງຝ່າຍ ໄດ້ປຶກສາຫາລືກັນ ຢ່າງເລິກເຊິງ ຕໍ່ການຮ່ວມມືໃນຕໍ່ໜ້າ.