ງານວາງສະແດງຜົນງານການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອສະເຫຼີມສະຫຼອງ ວັນຄູແຫ່ງຊາດ ຄົບຮອບ 31 ປີ, ວັນວິທະຍາສາດແຫ່ງຊາດ ຄົບຮອບ 38 ປີ ປະຈໍາປີ 2025 ແລະ ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X
ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025), ວັນວິທະຍາສາດແຫ່ງຊາດ ຄົບຮອບ 38 ປີ (12 ຕຸລາ 1987-12 ຕຸລາ 2025) ແລະ ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ໃນວັນທີ 09 ຕຸລາ 2025 ຜ່ານມາ ຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ,

ໃຫ້ກຽດເຂົ້າຮ່ວມໂດຍ ພະນະທ່ານ ສຈ.ປອ. ກິແກ້ວ ໄຂຄຳພິທູນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຮສ.ປອ. ທອງສະລິດ ມັງໜໍ່ເມກ, ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີອະດີດການນໍາ, ບັນດາທ່ານແຂກຖືກເຊີນ, ບັນດາຫົວໜ້າກົມ-ຮອງຫົວໜ້າກົມທີ່່ກ່ຽວຂ້ອງ ຕະຫຼອດຮອດຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.



