
ຈຸດປະສົງ ຂອງການເປີດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຝຶກອົບຮົມໃຫ້ພະນັກງານພາຍໃນສະຖາບັນ ໂດຍສະເພາະແມ່ນພະນັກງານຂອງສູນຄົ້ນຄວ້າສິ່ງທີ່ມີຊີວິດ ໃຫ້ສາມາດຮູ້ນຳໃຊ້ເຄື່ອງທົດລອງດັ່ງກ່າວໄດ້ຢ່າງມີປະສິດທິພາບ. ເຊິ່ງການຝຶກອົບຮົມໃນຄັ້ງນີ້ ໃຫ້ການບັນລະຍາຍໂດຍ ດຣ ສັນຕິ ກອງມະນີ ຜູ້ອຳນວຍການສູນຄວາມເປັນເລີດດ້ານສິ່ງແວດລ້ອມ (COEE) ພາກວິຊາເຄມີສາດ, ຄະນະວິທະຍາສາດທຳມະສາດ, ມຊ ເຊິ່ງມີຫົວຂໍ້ຫຼັກໆຄື:
- ຮຽນຮູ້ທິດສະດີ ແລະ ອຸປະກອນຂອງ AAS;
- ອຸປະກອນ 240FS AA ການໃຊ້ງານ ແລະ ການປັບໃຫ້ໄດ້ຜົນດີ, ຄວາມແມ່ນຍຳ, ຄວາມທ່ຽງທຽນຂີດຈຳກັດ ແລະ ຄວາມໄວຂອງການວິເຄາະ;
- ການຝຶກປະຕິບັດ-ການວິເຄາະ AAS, ການກະກຽມຕົວຢ່າງ, ການສ້າງຄ່າມາດຕະຖານ ແລະ ການພັດທະນາວິທີການ;
- ການທົດສອບ AAS, ການເກັບຂໍ້ມູນ ແລະ ການວິເຄາະ;
- ການແກ້ໄຂບັນຫາ, ການບຳລຸງຮັກສາ ແລະ ຄວາມປອດໄພບັນຫາທົດຖິນ;
- ການບຳລຸງຮັກສາລະບົບ, ຂໍ້ປະຕິບັດຄວາມປອດໄພ, ການປະເມີນ ແລະ ປ້ອນໃບຮັບຮອງ.



ການຝຶກອົບຮົມ ນັກສຳມະນາກອນ ແລະ ອາຈານ ຍັງໄດ້ແລກປ່ຽນບົດຮຽນນໍາກັນ, ຊຶ່ງເຮັດໃຫ້ຜູ້ເຂົ້າຮ່ວມເຂົ້າໃຈຫຼາຍຂຶ້ນ, ໃນຕອນທ້າຍ ຂອງການຝຶກອົບຮົມ ຜູ້ເຂົ້າຮ່ວມທັງໝົດຍັງໄດ້ໄປເບິ່ງເຄື່ອງທົດລອງຕົວຈິງຢູ່ໃນຫ້ອງທົດລອງຂອງ ສວນ ເພື່ອໃຫ້ເຂົ້າໃຈເລິກເຊິ່ງຂຶ້ນຕື່ມອີກ.


ຂ່າວໂດຍ: ບຸນອ້ອມ ຈັນທະວົງສີ
ພາບໂດຍ: ບຸນອ້ອມ ຈັນທະວົງສີ ແລະ ສັນຕິສຸກ ກະວີວົງ