ກອງປະຊຸມສະຫຼຸບຜົນການປະເມີນຂໍ້ແຂ່ງຂັນ 4ບຸກ ໜ່ວຍຮາກຖານຊາວໜຸ່ມ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ປະຈຳປີ 2025
ກອງປະຊຸມສະຫຼຸບຜົນການປະເມີນຂໍ້ແຂ່ງຂັນ 4 ບຸກ ຂອງໜ່ວຍຮາກຖານຊາວໜຸ່ມສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ປະຈຳປີ 2025 ໄດ້ເປີດຂຶ້ນ ໃນຕອນເຊົ້າ ຂອງວັນທີ 29 ຕຸລາ 2025 ເວລາ 08:30 ທີ່ຫ້ອງເຝິກອົບຮົມ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ (ສວນ).

ໃຫ້ກຽດເປັນປະທານ ຂອງ ສະຫາຍ ປອ. ສີພອນ ແສງສຸລິຈັນ ເລຂາໜ່ວຍພັກຮາກຖານ ແລະ ສະຫາຍບຸນອ້ອມ ຈັນທະວົງສີ ເລຂາໜ່ວຍຮາກຖານຊາວໜຸ່ມ ສວນ, ມີ ສະຫາຍ ນາງ ຄຳບາງ ວິໄລສຸກ ຮອງເລຂາໜ່ວຍພັກຮາກຖານ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ ຈໍານວນ 16 ສະຫາຍ, ຍິງ 7 ສະຫາຍ.




