ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • photos siri 1.jpg
  • photos siri 2.jpg
  • Photos siri 4.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ໜ່ວຍຮາກຖານຊາວໜຸ່ມ ສວນ ເປີດກອງປະຊຸມໜ່ວຍຊາວໜຸ່ມຂັ້ນຂອງຕົນ

 

    ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອ ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ສະມາຊິກຊາວໜຸ່ມຜູ້ທີ່ພົ້ນອາຍຸກະສຽນ ອອກຈາກການເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ, ມອບໃບຍ້ອງຍໍສະມາຊິກຊາວໜຸ່ມ 4 ບຸກ 2023, ລາຍງານບັນຊີລາຍຮັບ-ລາຍຈ່າຍ, ມີຄຳເຫັນສົ່ງຂ່າວເຊິ່ງກັນ ແລະ ກັນ ແລະ ຂໍ້ສະເໜີຕ່າງໆຂອງສະມາຊິກຊາວໜຸ່ມ.

    ສະຫາຍ ບຸນອ້ອມ ຈັນທະວົງສີ ​ເລຂາໜ່ວຍຮາກຖານຊາວໜຸ່ມໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ສະມາຊິກຊາວໜຸ່ມຜູ້ທີ່ພົ້ນອາຍຸກະສຽນ ອອກຈາກການເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ເຊິ່ງມີລາຍຊື່ດັ່ງນີ້: 1. ສະຫາຍ ນາງ ວອນມະນີ ອ່ອນປະດິດ, 2. ສະຫາຍ ກາດໍາ ຈັນດາວົງ.

WhatsApp Image 2024 10 03 at 10.01.38

    ຫຼັງຈາກນັ້ນ ໄດ້ມອບໃບຍ້ອງຍໍສະມາຊິກຊາວໜຸ່ມ 4 ບຸກ 2023 ທີ່ຍັງຄ້າງບໍ່ທັນໄດ້ມອບ ໃຫ້ແກ່ສະມາຊິກຊາວໜຸ່ມ. ຈາກນັ້ນ ສະຫາຍ ນາງ ສຸລິນາ ລໍວົງຄຳ ຄະນະໜ່ວຍຮາກຖານຊາວໜຸ່ມ ໄດ້ລາຍງານບັນຊີລາຍຮັບ-ລາຍຈ່າຍ ຂອງໜ່ວຍ ແລະ ໃນກອງປະຊຸມກໍ່ໄດ້ເປີດເວທີໃຫ້ສະມາຊິກໄດ້ມີຄຳເຫັນສົ່ງຂ່າວເຊິ່ງກັນ ແລະ ກັນ ແລະ ມີຂໍ່ສະເໜີຕ່າງໆຕໍ່ກອງປະຊຸມ.

WhatsApp Image 2024 10 03 at 10.10.38

WhatsApp Image 2024 10 03 at 10.10.40 1

 

ກອງປະຊຸມໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ.