ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • photos siri 1.jpg
  • photos siri 2.jpg
  • Photos siri 4.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍຮາກຖານຊາວໜຸ່ມ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ

    ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອຮັບຟັງການຜ່ານບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາ ພ້ອມທັງ ສະຫຼຸບຕີລາຄາຜົນງານການເຄື່ອນໄຫວວຽກງານຂອງໜ່ວຍຮາກຖານຊາວໜຸ່ມ ສວນ ໃນໄລຍະຜ່ານມາ (2019-2023) ແລະ ກໍານົດທິດທາງແຜນການໃນ 05 ປີຕໍ່ໜ້າ (2024-2028) ຊຶ່ງໄດ້ວາງມາດຕະການໃນການຈັດຕັ້ງປະຕິບັດໄວ້ຄື: ເພີ່ມທະວີການເປັນເຈົ້າການ ໃນການຊີ້ນໍາ-ນຳພາ ສຶກສາອົບຮົມວຽກງານການເມືອງ-ແນວຄິດ ດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອໃຫ້ແທດເໝາະກັບສະພາບການ, ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນກັບວຽກງານຍົກລະດັບວິຊາສະເພາະ ເປັນຕົ້ນແມ່ນ: ວຽກງານການຄົ້ນຄ້ວາ, ເອົາໃຈໃສ່ຄົ້ນຄວ້າບັນດານິຕິກຳ, ຊຸກຍູ້ສົ່ງເສີມວຽກງານພັດທະນາບຸກຄະລາກອນ ໃຫ້ແທດເໝາະກັບເງື່ອນໄຂການພັດທະນາບຸກຄະລາກອນໃນການຫັນເປັນດິຈິຕອນ, ສຸມໃສ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃຫ້ຕິດພັນໄປກັບແຜນການເຄື່ອນໄຫວວຽກງານວິຊາສະເພາະຂອງໜ່ວຍ ເພື່ອຮັບປະກັນໄດ້ ປະສິດທິພາບ ແລະ ປະສິດທິຜົນສູງສຸດ.

ໃນກອງປະຊຸມດັ່ງກ່າວ, ເພື່ອເປັນການຊົມເຊີຍຕໍ່ກັບຜົນງານໃນການປະຕິບັດໜ້າທີ່ໃນໄລຍະຜ່ານມາ ຍັງໄດ້ມີພິທີມອບ-ຮັບ ທຸງໄຊນຳໜ້າ ໃນການຈັດຕັ້ງປະຕິບັດຂໍ້ແຂ້ງຂັນ 4 ບຸກໄດ້ 3 ປີຊ້ອນ, ມອບໃບຍ້ອງຍໍໃຫ້ແກ່ໜ່ວຍຮາກຖານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ສວນ.

WhatsApp Image 2024 05 31 at 11.31.03 1

ຫຼັງຈາກນັ້ນ, ບັນດາຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຮາກຖານຊາວໜຸ່ມ ສວນ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້  ຊຶ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 05 ສະຫາຍ, ຍິງ 01 ສະຫາຍ ແລະ ເລືອກໄດ້ 03 ສະຫາຍ. ໄດ້ຕົກລົງເຫັນດີເລືອກເອົາ ສະຫາຍ ບຸນອອ້ມ ຈັນທະວົງສີ ເປັນ​ເລຂາໜ່ວຍຮາກ​ຖານ​ຊາວໜຸ່ມ ສວນ, ສະຫາຍ ສີວິໄລ ເງິນນາວົງ ເປັນຮອງ​ເລຂາໜ່ວຍຮາກ​ຖານ​ຊາວໜຸ່ມ ສວນ ແລະ ສະຫາຍ ນາງ ສຸລິນາ ລໍວົງຄຳ ເປັນ​ຄະນະພ້ອມທັງເປັນຜູ້ກວດກາໜ່ວຍຮາກ​ຖານ​ຊາວໜຸ່ມ ສວນ.

IMG 2603

ເພື່ອເຮັດເຮັດໃຫ້ພິທີຄັ້ງນີ້ມີຄວາມໝາຍ ຄວາມສຳຄັນ, ສະຫາຍ ປອ ຈັນທະວົງ ປັນຍາສີຣິ ​ ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ​ປະຕິວັດ​ລາວ ກະຊວງ​ສຶກສາ​ທິການ ​ແລະ ກິລາ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ຊຶ່ງສະຫາຍໄດ້ເຫັນດີເປັນເອກະພາບຕໍ່ການຕີລາຄາສະພາບການເຄື່ອນໄຫວຂອງຄະນະໜ່ວຍຮາກ​ຖານ​ຊາວໜຸ່ມ ສວນ ໃນໄລຍະຜ່ານມາ ເເລະ ເຫັນດີເປັນເອກະພາບ ຕໍ່ບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາ ຂອງຄະນະໜ່ວຍຮາກຖານຊາວໜຸ່ມ ຊຸດເກົ່າ ພ້ອມທັງຊົມເຊີຍຕໍ່ຜົນສໍາເລັດທີ່ຄະນະໜ່ວຍຍາດມາໄດ້ໃນໄລຍະຜ່ານມາ ທີ່ເປັນຜົນງານອັນໃຫຍ່ຫຼວງ ແລະ ເປັນພື້ນຖານອັນສໍາຄັນໃຫ້ແກ່ການສືບຕໍ່ ຜັນຂະຫຍາຍເຂົ້າໃນຂົງເຂດວຽກງານຊາວໜຸ່ມ ສວນ ພາຍໃຕ້ຂໍ້ແຂ່ງຂັນ 4 ບຸກ ທີ່ຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະ. ພ້ອມທັງເນັ້ນໜັກໃຫ້ຄະນະໜ່ວຍຮາກຖານຊາວໜຸ່ມ ສວນ ຊຸດໃໝ່ ສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຊາວໜຸ່ມ ສວນ ກໍຄື ຂອງ ຄະນະ​ບໍລິຫານ​ງານ​ຊາວໜຸ່ມປະຊາຊົນ​ປະຕິວັດ​ລາວ ສຳນັກກະຊວງ​ສຶກສາ​ທິການ ​ແລະ ກິລາ ວາງອອກຢ່າງເຂັ້ມງວດ ແລະ ເຊີດຊູຄວາມເປັນເຈົ້າການ ແບບຢ່າງນໍາໜ້າໃນທຸກດ້ານ, ເພີ່ມທະວີຄວາມເປັນເອກະພາບ ຄວາມສາມັກຄີຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດວຽກງານ, ທິດທາງແຜນການໃນ 5 ປີຕໍ່ໜ້າ ໃຫ້ບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້. 

 IMG 2617

ກອງປະຊຸມໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ.