ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • photos siri 1.jpg
  • photos siri 2.jpg
  • Photos siri 4.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ກໍາມະບານຮາກຖານ ສວນ ເປີດກອງປະຊຸມປະເມີນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2024

ເວລາ 09:00 ຂອງວັນທີ 26 ສິງຫາ 2024 ກໍາມະບານຮາກຖານ ສວນ ໄດ້ເປີດກອງປະຊຸມ ປະເມີນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2024 ຂຶ້ນ ຢູ່ທີ່ຫ້ອງປະຊຸມ ຂອງ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ

ໃນພິທີດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ສະຫາຍ ສົມສັກ ອາລຸນສະຫວັດ ປະທານກຳມະບານຮາກຖານສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ ​ແລະ  ນະວັດຕະກຳ ພ້ອມດ້ວຍສະມາຊິກກຳມະບານທຸກສະຫາຍພາຍໃນ ສວນ ​ເຂົ້າ​ຮ່ວມ.

WhatsApp Image 2024 08 26 at 10.00.53 1

Featured

ກອງປະຊຸມໃຫຍ່ຄັ້ງທີ II ຂອງກຳມະບານຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ

ກຳມະບານຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນ

 1

     ໃນຕອນເຊົ້າ ຂອງວັນທີ 17 ພຶດສະພາ 2024, ທີ່ຫ້ອງປະຊຸມຂອງສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ (ສວນ), ບ້ານດອນຕີ້ວ, ກຳມະບານຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II  ຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມຂອງ ສະຫາຍ ພິມພາ ອຸດທະຈັກ ເລຂາໜ່ວຍພັກ ສວນ, ສະຫາຍ ບຸນມີ ພິພັກຄະວົງ ຄະນະສະຫະພັນກຳມະບານ ກະຊວງສຶກສາທິການ ແລະ ກິລາ, ສະຫາຍ ອານຸສິນ ແສງສຸລິນ ຮອງປະທານກໍາມະບານຮາກຖານ ສວນ, ມີສະຫາຍເລຂາໜ່ວຍຊາວໜຸ່ມ ແລະ ສະຫາຍປະທານສະຫະພັນແມ່ຍິງ ສວນ, ແຂກຖືກເຊີນ ແລະ ສະມາຊິກກຳມະບານພາຍໃນຮາກຖານເຂົ້າຮ່ວມທັງໝົດ 28 ສະຫາຍ, ຍິງ 11 ສະຫາຍ.

     ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອສະຫຼຸບຕີລາຄາຜົນງານການເຄື່ອນໄຫວຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ (2019-2024) ແລະ ທິດທາງແຜນການ 05 ປີຕໍ່ໜ້າ (2025-2029).