ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • 1P.png
  • 2P.png
  • 3P.png
  • 4P.png
  • IMG_3048.jpg
  • IMG_3062.jpg
  • IMG_3068.jpg
  • photos siri 1.jpg
  • photos siri 2.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ກໍາມະບານຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ເປີດກອງປະຊຸມປະເມີນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026

   

     ຈຸດປະສົງ ຂອງການເປີດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອ ຜ່ານຮ່າງບົດສະຫຼຸບວຽກງານການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2025, ທິດທາງແຜນການ ປະຈໍາປີ 2026 ແລະ ຜ່ານແບບຟອມປະເມີນສະມາຊິກກໍາມະບານ 5 ເປັນເຈົ້າ ປະຈໍາປີ 2025 ຂອງກໍາມະບານຮາກຖານ ສວນ.

      ກອງປະຊຸມໄດ້ແນະນໍາວິທີການປະເມີນໃຫ້ຄະແນນສ່ວນບຸກຄົນ ແລະ ການຈັດຕັ້ງ, ບັນດາສະມາຊິກກຳມະບານກໍ່ຍັງໄດ້ປະກອບຄຳຄິດຄຳເຫັນຕໍ່ບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026.

     ໃນຕອນທ້າຍ ສະຫາຍ ປອ ສີພອນ ແສງສຸລິຈັນ ເລຂາໜ່ວຍພັກຮາກຖານ ສວນ ມີທິດຊີ້ນໍາຕໍ່ກອງປະຊຸມ ໂດຍເນັ້ນໃຫ້ ສະມາຊິກໍາມະບານທຸກສະຫາຍ ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າໃຫ້ດີຍິ່ງໆຂຶ້ນ, ພ້ອມທັງໃຫ້ເອົາໃຈໃສ່ຕໍ່ການປະຕິບັດກົດລະບຽບທີ່ສະຫະພັນກຳມະບານວາງອອກ ກໍ່ຄືການປະຕິບັດກົດລະບຽບລັດຖະກອນ, ລະບຽບກົດໝາຍຂອງພັກ-ລັດໃຫ້ໜັກແໜ້ນ ສືບຕໍ່ປະຕິບັດໜ້າທີ່ທີ່ຕົນເອງໄດ້ຮັບຜິດຊອບໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

WhatsApp Image 2025 09 11 at 10.05.48

WhatsApp Image 2025 09 11 at 10.06.49

WhatsApp Image 2025 09 11 at 10.07.04

 

ກອງປະຊຸມໄດ້ດຳເນີນໄປເປັນເວລາເຄິ່ງວັນ ແລະ ໄດ້ປິດລົງໃນເວລາ 11:30 ຂອງວັນດຽວກັນ.

.featured { display: none; }