ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • 1P.png
  • 2P.png
  • 3P.png
  • 4P.png
  • 5P.png
  • 6P.png
  • IMG_3048.jpg
  • IMG_3062.jpg
  • IMG_3068.jpg
  • photos siri 1.jpg
  • photos siri 2.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ຄະນະກວດກາພັກກະຊວງສຶກສາທິການ ແລະ ກິລາ ລົງສະຫຼຸບ ບັ້ນການຕິດຕາມ ກວດກາ ແລະ ປະເມີນຜົນ ໜ່ວຍພັກຮາກຖານ ສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ

     ໃນເວລາ 08:30 ຂອງວັນທີ 29 ສິງຫາ 2025 ຜ່ານມານີ້, ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ໄດ້ເປີດກອງປະຊຸມ ສະຫຼຸບການລົງຕິດຕາມ,ກວດກາ ແລະ ປະເມີນຜົນ ໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ປະຈໍາປີ 2024.

WhatsApp Image 2025 08 29 at 11.54.36

     ກອງປະຊຸມຄັ້ງນີ້ ໃຫ້ກຽດຕ້ອນຮັບ ແລະ ເປັນປະທານຮ່ວມ ໂດຍ ສະຫາຍ ອິນທະວົງ ມະນີທອງ ຮອງປະທານຄະນະກວດກາພັກ ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ແລະ ສະຫາຍ ປອ. ສີພອນ ແສງສຸລິຈັນ ເລຂາໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ, 

Featured

ຄະນະກວດກາພັກກະຊວງສຶກສາທິການ ແລະ ກິລາ ລົງຕິດຕາມກວດກາ ແລະ ປະເມີນຜົນ ໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ

     ວັນທີ 02 ພຶດສະພາ 2025 ຜ່ານມານີ້, ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ໄດ້ເປີດກອງປະຊຸມ ການລົງຕິດຕາມ,ກວດກາ ແລະ ປະເມີນຜົນ ການເຄື່ອນໄຫວວຽກງານປະຈຳປີ 2024 ຂອງໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ.

WhatsApp Image 2025 05 02 at 10.09.52

 

     ກອງປະຊຸມຄັ້ງນີ້ ໃຫ້ກຽດຕ້ອນຮັບ ແລະ ເປັນປະທານຮ່ວມ ໂດຍ ສະຫາຍ ອິນທະວົງ ມະນີທອງ ຮອງປະທານຄະນະກວດກາອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ແລະ ສະຫາຍ ປອ. ສີພອນ ແສງສຸລິຈັນ ເລຂາໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ແລະ ມີສະມາຊິກພັກສົມບູນ, ສໍາຮອງ ພາຍໃນໜ່ວຍພັກເຂົ້າ​ຮ່ວມ ພ້ອມທັງມີຄະນະລົງຕິດຕາມ ກວດກາ ແລະ ປະເມີນຜົນຂອງອົງຄະນະພັກ ສສກ 02 ສະຫາຍ ເຊິ່ງລວມມີທັງໝົດ 31 ສະຫາຍ ຍິງ 12 ສະຫາຍ.

Featured

ສຳເລັດກອງປະຊຸມປະເມີນໜ່ວຍພັກ ແລະ ສະມາຊິກພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ປະຈໍາປີ 2024

     ກອງປະຊຸມປະເມີນໜ່ວຍພັກ ແລະ ສະມາຊິກພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ປະຈໍາປີ 2024 ໄດ້ເປີດຂຶ້ນ ໃນຕອນເຊົ້າ ຂອງ ວັນທີ ວັນທີ 22 ພະຈິກ 2024 ທີ່ຜ່ານມາ ທີ່ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ.

WhatsApp Image 2024 11 22 at 14.09.37

     ກອງປະຊຸມຄັ້ງນີ້ ໃຫ້ກຽດຕ້ອນຮັບ ແລະ ເປັນປະທານ ຂອງ ສະຫາຍ ປອ. ສີພອນ ແສງສຸລິຈັນ, ກຳມະການໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ແລະ ໃຫ້ກຽດເປັນປະທານຮ່ວມ ຂອງ ສະຫາຍ ຄຳອອນ ພອນປະເສີດ ເລຂາໜ່ວຍພັກຮາກຖານ ກົມກວດກາ, ສະຫາຍ ໜູໄກ ລາດສະວົງ ກຳມະການໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ, ພ້ອມສະມາຊິກພັກສົມບູນ, ສໍາຮອງ ພາຍໃນໜ່ວຍພັກເຂົ້າ​ຮ່ວມ ເຊິ່ງລວມມີທັງໝົດ 30 ສະຫາຍ ຍິງ 11 ສະຫາຍ.

Featured

ສຳເລັດກອງປະຊູມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ, ກະຊວງສຶກສາທິການ ແລະ ກິລາ

     ກອງປະຊຸມໃຫ່ຍສະມາຊິກພັກ ຄັ້ງທີ II ຂອງໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນຕອນເຊົ້າ ຂອງວັນທີ 31 ຕຸລາ 2024 ເວລາ 08:00, ທີ່ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ.

WhatsApp Image 2024 10 31 at 10.33.15

     ກອງປະຊຸມຄັ້ງນີ້ ໃຫ້ກຽດຕ້ອນຮັບ ແລະ ເປັນປະທານ ໂດຍ ສະຫາຍ ປອ. ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກກະຊວງ, ເລຂາໜ່ວຍພັກ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ. ແລະ ໃຫ້ກຽດເປັນປະທານຮ່ວມ ຂອງ ສະຫາຍ ພິມພາ ອຸດທະຈັກ ເລຂາໜ່ວຍພັກຮາກຖານ ສວນ, ສະຫາຍ ຄຳແສນ ໄຊຍະວົງ ກຳມະການໜ່ວຍພັກຮາກຖານກົມກວດກາ, ຄະນະ     ໜ່ວຍຮັບຜິດຊອບຊີ້ນໍາ ຕິດຕາມ ຊຸກຍູ້ ກະກຽມການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ແລະ ມີບັນດາສະຫາຍຕາງໜ້າຄະນະໜ່ວຍພັກກົມ, ຫ້ອງການ ແລະ ສະຖາບັນອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ມີບັນດາສະຫາຍຄະນະຊີ້ນຳ, ຊຸກຍູ້ ແລະ ຕິດຕາມ ການກະກຽມ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ແລະ ສະມາຊິກພັກສົມບູນ, ສໍາຮອງ ພາຍໃນໜ່ວຍພັກເຂົ້າ​ຮ່ວມ ເຊິ່ງລວມມີທັງໝົດ 35 ສະຫາຍ ຍິງ 11 ສະຫາຍ.

Featured

ກອງປະຊຸມທາບທາມບຸກຄະລາກອນ (ຮອບທີ 2) ຂອງ ໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ

     ໜ່ວຍພັກຮາກຖານສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ  ໄດ້ດໍາເນີນກອງປະຊຸມທາບທາມບຸກຄະລາກອນ (ຮອບທີ 2) ໃນວັນອັງຄານ ວັນທີ 15 ຕຸລາ 2024 ເວລາ 08:30-16:00, ທີ່ຫ້ອງຝຶກອົບຮົມ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ.

WhatsApp Image 2024 10 15 at 09.01.33

     ກອງປະຊຸມຄັ້ງນີ້ ຊຶ່ງໃຫ້ກຽດເປັນປະທານໂດຍ ສະຫາຍ ພິມພາ ອຸດທະຈັກ ເລຂາໜ່ວຍພັກຮາກຖານ ສວນ, ມີຕາງໜ້າຈາກກົມກວດກາ, ກົມຈັດຕັ້ງ ແລະ ພະນັກງານ, ສະມາຊິກພັກສົມບູນ ແລະ ສໍາຮອງ ພາຍໃນໜ່ວຍພັກ ເຂົ້າ​ຮ່ວມທັງໝົດ 31 ສະຫາຍ ຍິງ 11 ສະຫາຍ.

.featured { display: none; }