ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • 1P.png
  • 2P.png
  • 3P.png
  • 4P.png
  • IMG_3048.jpg
  • IMG_3062.jpg
  • IMG_3068.jpg
  • photos siri 1.jpg
  • photos siri 2.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ຄະນະກວດກາພັກກະຊວງສຶກສາທິການ ແລະ ກິລາ ລົງສະຫຼຸບ ບັ້ນການຕິດຕາມ ກວດກາ ແລະ ປະເມີນຜົນ ໜ່ວຍພັກຮາກຖານ ສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ

ມີຄະນະກວດກາພັກກະຊວງ 02 ສະຫາຍ: ສະຫາຍ ນາງ ພຸດສະຫວາດ ວົງພະຈັນ ຮອງຄະນະ ແລະ. ສະຫາຍ ເສິກສະຫວັນ ສາຍສະໝອນ ຄະນະ ພ້ອມດ້ວຍ ບັນດາສະຫາຍສະມາຊິກພັກສົມບູນ, ສໍາຮອງ ພາຍໃນໜ່ວຍພັກເຂົ້າ​ຮ່ວມ ເຊິ່ງລວມມີທັງໝົດ 24 ສະຫາຍ ຍິງ 05 ສະຫາຍ.

     ຈຸດປະສົງ ຂອງ ກອງປະຊຸມໃນຄັ້ງນີ້ແມ່ນ ຄະນະກວດກາພັກ ຈາກອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຜ່ານຮ່າງບົດສະຫຼຸບການລົງຕິດຕາມ ກວດກາ ແລະ ປະເມີນຜົນ ການນໍາພາ-ຊີ້ນໍາ ຂອງໜ່ວຍພັກຮາກຖານສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ປະຈໍາປີ 2024.   

     ໃນພິທີດັ່ງກ່າວ ສະຫາຍ ອິນທະວົງ ມະນີທອງ ຮອງປະທານຄະນະກວດກາພັກ ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ໄດ້ມີຄຳເຫັນ ແລະ ແຈ້ງຈຸດປະສົງ ການລົງມາເຄື່ອນໄຫວວຽກງານ ຂອງຄະນະຄັ້ງນີ້; ຫຼັງຈາກນັ້ນ, ຕ່າງໜ້າຄະນະ, ສະຫາຍ ນາງ ພຸດສະຫວາດ ວົງພະຈັນ ໄດ້ຜ່ານຮ່າງບົດສະຫຼຸບບັ້ນການລົງຕິດຕາມ ກວດກາ ແລະ ປະເມີນຜົນ ໜ່ວຍພັກຮາກຖານສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ປະຈໍາປີ 2024 ຊຶ່ງໄດ້ຊີ້ໃຫ້ເຫັນບັນດາດ້ານດີ ຕັ້ງໜ້າ ໃນການເສີມຂະຫຍາຍ; ດ້ານຄົງຄ້າງ ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂໃຫ້ໄດ້ດີກວ່າເກົ່າ ແລະ ຍັງໄດ້ມີບາງຂໍ້ແນະນໍາໃນການແກ້ໄຂຂໍ້ຄົງຄ້າງດັ່ງກ່ວ. ຈາກນັ້ນ, ຄະນະປະທານ ມີບາງຄໍາຄິດເຫັນ ແລະ ເຈາະຈີ້ມເພີ້ມເຕີມ ເພື່ອເປັນທິດທາງໃນການຄົ້ນຄວ້າ ພິຈາລະນາ ເວລາປະກອບຄໍາເຫັນ ແລະ ບັນດາສະຫາຍສະມາຊິກພັກເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄຳຄິດເຫັນ ຢ່າງເປັນເຈົ້າການ, ກົງໄປກົງມາ ແລະ ດ້ວຍຄວາມຮັບຜິດຊອບສູງ ຕໍ່ຮ່າງບົດສະຫຼຸບດັ່ງກ່າວ ແນໃສ່ເຮັດໃຫ້ເນື້ອໃນຈະແຈ້ງ, ຖືກກັບສະພາບຄວາມເປັນຈິງ, ຄົບຖ້ວນກວ່າເກົ່າ ແລະ ໄດ້ພ້ອມກັນລົງປະຊາມະຕິ ເຫັນດີຕົກລົງເປັນເອກະພາບ ຮັບຮອງເອົາ.

WhatsApp Image 2025 08 29 at 10.51.26

WhatsApp Image 2025 08 29 at 10.51.25

WhatsApp Image 2025 08 29 at 11.54.39

ກອງປະຊຸມດັ່ງກ່າວ ໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ສິ້ນສຸດລົງໃນເວລາ 12:00 ໂມງ ຂອງວັນດຽວກັນ.

.featured { display: none; }