ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • 1P.png
  • 2P.png
  • 3P.png
  • 4P.png
  • IMG_3048.jpg
  • IMG_3062.jpg
  • IMG_3068.jpg
  • photos siri 1.jpg
  • photos siri 2.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ຮັບສະມາຊິກພັກສຳຮອງເຂົ້າເປັນສະມາຊິກພັກສົມບູນ

 

   ຈຸດປະສົງຂອງພິທີໃນຄັ້ງນີ້ ແມ່ນເພື່ອຮັບເອົາມະຫາຊົນກ້າວໜ້າ 2 ສະຫາຍ ເຂົ້າເປັນສະມາຊິກພັກສຳຮອງ ແລະ ຮັບສະມາຊິກພັກສຳຮອງ 3 ສະຫາຍ ເຂົ້າເປັນສະມາຊິກພັກສົມບູນ.

   ໃນພິທີດັ່ງກ່າວ ສະຫາຍ ໜູໄກ ລາດສະວົງ ກຳມະການໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານມະຕິຕົກລົງ ອະນຸມັດຂອງຄະນະພັກຂັ້ນເທິງ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນກ້າວໜ້າເປັນສະມາຊິກພັກສຳຮອງ ແລະ ຜ່ານມະຕິຕົກລົງເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ຕາມລຳດັບໃນວາລະ

    ຫຼັງຈາກນັ້ນ ສະຫາຍ ປອ ສີພອນ ແສງສຸລີຈັນ ເລຂາໜ່ວຍພັກຮາກຖານ ສວນ ຕາງໜ້າໜ່ວຍພັກຮາກຖານ ຂຶ້ນກ່າວຮັບເອົາສະມາຊິກພັກສໍາຮອງໃໝ່ ແລະ ມອບມະຕິຕົກລົງໃຫ້ສະມາຊິກພັກສໍາຮອງໃໝ່ ແລະ ກ່າວຮັບເອົາສະມາຊິກພັກສົມບູນໃໝ່ ແລະ ມອບມະຕິຕົກລົງໃຫ້ສະມາຊິກພັກສົມບູນໃໝ່ຕາມລຳດັບໃນວາລະ

    ໃນຕອນທ້າຍ ສະຫາຍ  ຮສ.ປອ ຫຼ້າວັນ ວົງຄໍາສານ ກໍາມະການຄະນະປະຈໍາພັກກະຊວງ ໄດ້ເປັນກຽດມີຄໍາເຫັນ ໂອ້ລົມ ຕໍ່ ສະມາຊິກພັກສຳຮອງໃໝ່ ຊຶ່ງການໂອ້ລົມ ຂອງ ສະຫາຍ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ, ເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ສະມາຊິກພັກສຳຮອງໃໝ່, ສະມາຊິກພັກສົມບູນໃໝ່ ແລະ ຖັນແຖວສະມາຊິກພັກພາຍໃນ ສວນ ໂດຍເນັ້ນຮັກສາ ແລະ ເສີມຂະຫຍາຍຄວາມສາມັກຄີອັນເປັນປຶກແຜ່ນ ໃນການປະຕິບັດວຽກງານໃຫ້ສໍາເລັດຜົນດີ ໃນໜ້າທີ່ການເມືອງ ແລະ ປະຕິບັດກົດລະບຽບພັກໃຫ້ເຂັ້ມງວດ ແລະ ການເປັນແບບຢ່າງທີ່ດີ ໃຫ້ແກ່ມະຫາຊົນກ້າວໜ້າຮຸ່ນສືບຕໍ່ໄປ.

IMG 3436

IMG 3444

IMG 3456

IMG 3457

IMG 3459

IMG 3460

IMG 3463

IMG 3465

IMG 3467

IMG 3476

ພິທີດັ່ງກ່າວໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ.

.featured { display: none; }