ໃນພິທີດັ່ງກ່າວ ສະຫາຍ ຮສ ປອ. ສິນທະວອນ ດາລາວົງ, ກຳມະການຄະນະປະຈຳພັກ, ປະທານກວດກາພັກ, ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ຄະນະລົງຊຸກຍູ້ ແລະ ຕິດຕາມ ກໍ່ໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມ
ຫຼັງຈາກນັ້ນກອງປະຊຸມໄດ້ຕີລາຄາໃຫ້ຄະແນນ ແລະ ແບ່ງປະເພດສະມາຊິກພັກ (ແບບປິດລັບ) ພ້ອມທັງແນະນໍາໃຫ້ຕົນເອງຕໍານິສົ່ງຂ່າວ ແລະ ໃຫ້ຄະແນນເຊິ່ງກັນ ແລະ ກັນ, ລົງຄະແນນປະເມີນໜ່ວຍພັກ ແລະ ສະມາຊິກພັກທັງໝົດຂອງໜ່ວຍພັກຮາກຖານສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ພ້ອມທັງ ຜ່ານໃບສຳຫຼວດ, ໃຫ້ຄະແນນ ແລະ ຈັດປະເພດຕົນເອງ, ຜ່ານຄຳເຫັນສົ່ງຂ່າວຂອງສະມາຊິກພັກພາຍໃນໜ່ວຍ ທີ່ມີຄຳຄິດຄຳເຫັນປິດລັບມາແລ້ວ ພ້ອມທັງອະທິບາຍຊີ້ແຈງ (ຖ້າມີ);
ສະຫາຍ ປອ. ສີພອນ ແສງສຸລິຈັນ ເລຂາໜ່ວຍພັກຮາກຖານ ສວນ ໄດ້ຜ່ານຮ່າງບົດສະຫຼຸບກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ແລະ ໄດ້ເປີດເວທີໃຫ້ສະມາຊິກພັກປະກອບຄຳຄິດເຫັນຕໍ່ຮ່າງບົດສະຫຼຸບ ແລະ ນໍາພາສະມາຊິກພັກ ລົງປະຊາມະຕິ ໃຫ້ຄະແນນແຕ່ລະດ້ານ (ໂດຍກົງ) ແລະ ຈັດປະເພດໜ່ວຍພັກໃນການເຄື່ອນໄຫວ ກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກ ແໜ້ນ ປະຈຳປີ 2025 ແລະ ລົງປະຊາມະຕິ ຮັບຮອງເອົາແຜນການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ,ໜັກແໜ້ນ ປະຈຳປີ 2026

ກອງປະຊຸມຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ສະມາຊິກພັກ. ພະນັກງານ-ລັດຖະກອນ ຂອງສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ທີ່ໄດ້ພ້ອມກັນເອົາໃຈໃສ່ ຕັ້ງໜ້າປະຕິບັດໜ້າທີ່ວຽກງານ ດ້ວຍຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການ; ພ້ອມດຽວກັນນີ້ ກອງປະຊຸມໄດ້ຮຽກຮ້ອງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ຈົ່ງເພີ່ມທະວີຄວາມສາມັກຄີ, ຄວາມເປັນຈິດໜຶ່ງໃຈດຽວອັນເປັນປຶກເປັນແຜ່ນ ເພື່ອຈັດຕັ້ງປະຕິບັດທິດທາງໜ້າທີ່ວຽກງານ ທີ່ ສວນ ໄດ້ວາງອອກ ໃຫ້ມີຜົນສຳເລັດ ແລະ ປະກົດຜົນເປັນຈິງ.





ກອງປະຊຸມດັ່ງກ່າວໄດ້ດໍາເນີນໄປເປັນເວລາໜຶ່ງວັນເຕັມ ແລະ ໄດ້ປິດລົງໃນເວລາ 16:00 ນາທີ ຂອງວັນດຽວກັນ.