ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • 1P.png
  • 2P.png
  • 3P.png
  • 4P.png
  • 5P.png
  • 6P.png
  • IMG_3048.jpg
  • IMG_3062.jpg
  • IMG_3068.jpg
  • photos siri 1.jpg
  • photos siri 2.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ຄະນະກວດກາພັກກະຊວງສຶກສາທິການ ແລະ ກິລາ ລົງຕິດຕາມກວດກາ ແລະ ປະເມີນຜົນ ໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ

     ຈຸດປະສົງ ຂອງ ກອງປະຊຸມໃນຄັ້ງນີ້ແມ່ນ ຄະນະກວດກາພັກຈາກກະຊວງສຶກສາທິການ ແລະ ກິລາ ຈະລົງຕິດຕາມກວດກາ ແລະ ປະເມີນຜົນເພື່ອເສີມຂະຫຍາຍຈຸດດີ ແລະ ແກ້ໄຂຂໍ້ຄົງຄ້າງ ໃນການເຄື່ອນໄຫວວຽກງານ ຂອງໜ່ວຍພັກຮາກຖານສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳໃຫ້ດີກວ່າເກົ່າໃນປີ 2025, ເຊິ່ງຄະນະທີ່ລົງມາໃນຄັ້ງນີ້ປະກອບມີ 1. ສະຫາຍ ອິນທະວົງ ມະນີທອງ ຮອງປະທານຄະນະກວດກາອົງຄະນະພັກ ສສກ, 2. ສະຫາຍ ນາງ ພຸດສະຫວາດ ວົງພະຈັນ ຮອງຫົວໜ້າກົມກວດກາ ແລະ 3. ສະຫາຍ ເສິກສະຫວັນ ສາຍສະໝອນ ວິຊາການພະແນກກວດກາລັດ

     ໃນພິທີດັ່ງກ່າວ ສະຫາຍເລຂາໜ່ວຍພັກຮາກຖານ ສວນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ລາຍງານສະພາບການນຳພາ-ຊີ້ນຳການເຄື່ອນໄຫວວຽກງານໃນ 01 ປີຜ່ານມາຕໍ່ຄະນະ. ສະຫາຍ ອິນທະວົງ ມະນີທອງ ຮອງປະທານຄະນະກວດກາພັກກະຊວງສຶກສາທິການ ແລະ ກິລາ ໄດ້ມີຄຳເຫັນ ແລະ ແຈ້ງຈຸດປະສົງແຜນການ, ກໍຄືຕາຕະລາງດຳເນີນການຕິດຕາມ ກວດກາ ແລະ ປະເມີນຜົນໃນຄັ້ງນີ້. ຫຼັງຈາກນັ້ນ ສະຫາຍ ນ ພຸດສະຫວາດ ວົງພະຈັນ ຕາງໜ້າຄະນະ ໄດ້ນຳສະເໜີ ແລະ ອະທິບາຍ ກ່ຽວກັບການປ້ອນຂໍ້ມູນໃສ່ຟອມປະເມີນ ເຊິ່ງມີ 02 ແບບຟອມປະເມີນໜ່ວຍພັກ ແລະ ສະມາຊິກພັກ ພ້ອມທັງແນະນຳວິທີການຢ່າງລະອຽດ. ຫຼັງຈາກນັ້ນໄດ້ສຳພາດຄະນະພັກ, ສະມາຊິກພັກ ແລະ ສາມອົງການຈັດຕັ້ງມະຫາຊົນ (ເທື່ອລະສະຫາຍ).

WhatsApp Image 2025 05 02 at 10.10.05

 

WhatsApp Image 2025 05 02 at 10.10.13

WhatsApp Image 2025 05 02 at 10.09.58

     ການລົງມາຕິດຕາມ,ກວດກາ ແລະ ປະເມີນຜົນຄັ້ງນີ້ຂອງຄະນະກວດກາອົງຄະນະພັກ ສສກ ຍັງຈະຕ້ອງໄດ້ສືບຕໍ່ດໍາເນີນໃຫ້ສຳເລັດໄປຕາມວາລະຕາຕະລາງດຳເນີນການຕິດຕາມກວດກາ ແລະ ປະເມີນຜົນໃຫ້ສຳເລັດຕາມແຜນການ.

 

ຂຽນຂ່າວໂດຍ: ບຸນອ້ອມ ຈັນທະວົງສີ

ພາບໂດຍ: ສັນຕິສຸກ ກະວີວົງ

.featured { display: none; }