ສຳເລັດກອງປະຊູມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ, ກະຊວງສຶກສາທິການ ແລະ ກິລາ
ກອງປະຊຸມໃຫ່ຍສະມາຊິກພັກ ຄັ້ງທີ II ຂອງໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນຕອນເຊົ້າ ຂອງວັນທີ 31 ຕຸລາ 2024 ເວລາ 08:00, ທີ່ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ.

ກອງປະຊຸມຄັ້ງນີ້ ໃຫ້ກຽດຕ້ອນຮັບ ແລະ ເປັນປະທານ ໂດຍ ສະຫາຍ ປອ. ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກກະຊວງ, ເລຂາໜ່ວຍພັກ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ. ແລະ ໃຫ້ກຽດເປັນປະທານຮ່ວມ ຂອງ ສະຫາຍ ພິມພາ ອຸດທະຈັກ ເລຂາໜ່ວຍພັກຮາກຖານ ສວນ, ສະຫາຍ ຄຳແສນ ໄຊຍະວົງ ກຳມະການໜ່ວຍພັກຮາກຖານກົມກວດກາ, ຄະນະ ໜ່ວຍຮັບຜິດຊອບຊີ້ນໍາ ຕິດຕາມ ຊຸກຍູ້ ກະກຽມການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ແລະ ມີບັນດາສະຫາຍຕາງໜ້າຄະນະໜ່ວຍພັກກົມ, ຫ້ອງການ ແລະ ສະຖາບັນອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ມີບັນດາສະຫາຍຄະນະຊີ້ນຳ, ຊຸກຍູ້ ແລະ ຕິດຕາມ ການກະກຽມ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ແລະ ສະມາຊິກພັກສົມບູນ, ສໍາຮອງ ພາຍໃນໜ່ວຍພັກເຂົ້າຮ່ວມ ເຊິ່ງລວມມີທັງໝົດ 35 ສະຫາຍ ຍິງ 11 ສະຫາຍ.



