ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • photos siri 1.jpg
  • photos siri 2.jpg
  • Photos siri 4.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ກອງປະຊຸມໃຫຍ່ຄັ້ງທີ II ຂອງກຳມະບານຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ

      ພ້ອມນັ້ນ, ກອງປະຊຸມ ຍັງໄດ້ຈັດພິທີມອບ-ຮັບໃບຍ້ອງຍໍໃຫ້ແກ່ຜູ້ທີ່ຜົນງານດີເດັ່ນ ປະຈຳປີ 2023 ແລະ ຜົນງານການເຄື່ອນໄຫວວຽກງານໃນໄລຍະ 5 ປີ ຜ່ານມາ ຂອງກໍາມະບານຮາກຖານ ສວນ ອີກດ້ວຍ.

2

     ຫຼັງຈາກນັ້ນ, ບັນດາສະມາຊິກກຳມະບານ ກໍໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເລືອກເອົາຄະນະກໍາມະບານຮາກຖານຊຸດໃໝ່ ຊຶ່ງມີຜູ້ລົງສະໝັກເລືອກຕັ້ງ 05 ສະຫາຍ, ເລືອກໄດ້ 03 ສະຫາຍ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄົບຄະນະປະທານ ໄດ້ເຫັນດີເປັນເອກະສັນເລືອກເອົາ:  ສະຫາຍ ສົມສັກ ອາລຸນສະຫວັດ ເປັນປະທານກຳມະການຮາກຖານ ສວນ, ສະຫາຍ ກາດໍາ ຈັນດາວົງ ເປັນຮອງປະທານ, ແລະ ສະຫາຍ ນາງ ມະນີວອນ ສຸລັດທະ ເປັນຮອງປະທານ ທັງເປັນປະທານກວດກາ.

3

     ຕອນທ້າຍຂອງກອງປະຊຸມ  ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ພິມພາ ອຸດທະຈັກ ເລຂາໜ່ວຍພັກຮາກຖານ ສວນ ແລະ ສະຫາຍ ບຸນມີ ພິພັກຄະວົງ ຄະນະສະຫະພັນກໍາມະບານ ສສກ ຊຶ່ງເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ ທັງເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ຄະນະກໍາມະບານຮາກຖານຊຸດໃໝ່ ແລະ ຖັນແຖວສະມາຊິກກໍາມະບານພາຍໃນ ສວນ ເພື່ອເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ, ເຊິ່ງສະຫາຍໄດ້ສຸມໃສ່ບັນຫາຕ່າງໆເຊັ່ນ:

  • ຕ້ອງຍົກສູງການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ໄລຍະ 05 ປີ ຂອງກໍາມະບານຮາກຖານ ທີ່ໄດ້ກໍານົດໄວ້ ໃຫ້ປາກົດຜົົນເປັນຈິງ ໂດຍສະເພາະແມ່ນວຽກງານ ແນວຄິດ-ການເມືອງ ໃຫ້ມີຄວາມໜັກ ແໜ້ນ, ອຸ່ນອ່ຽນ ແລະ ໝັ້ນທ່ຽງໃນອຸດົມການ ແລະ ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ;
  • ຍົກສູງຄວາມສາມັກຄີ ແລະ ສຸມໃສ່ວຽກງານວິຊາສະເພາະຢ່າງເປັນເຈົ້າການ;
  • ເອົາໃຈໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງກໍາມະບານຮາກຖານ ພ້ອມທັງຕິດຕາມກວດກາການຈັດຕັ້ງປະຕິບັດມະຕິດັ່ງກ່າວຢ່າງເປັນປະຈໍາ;
  • ສືບຕໍ່ປັບປຸງການຈັດຕັ້ງຂອງກໍາມະບານຮາກຖານ ໃຫ້ສອດຄອງກັບລະບຽບການ ແລະ ສະພາບການຕົວຈິງ;
  • ເອົາໃຈໃສ່ ຕໍ່ສິດຜົນປະໂຫຍດ, ນະໂຍບາຍ ຕໍ່ສະມາຊິກກໍາມະບານພາຍໃນຮາກຖານ;
  • ເພີ່ມທະວີການເຜີຍແຜ່ບັນດາເອກະສານນິຕິກໍາ, ລະບຽບການຕ່າງໆຂອງສະຫະພັນກໍາມະບານ;
  • ຍົກສູງນໍາໃຈເສຍສະຫຼະເຫື່ອແຮງ ແລະ ສະຕິປັນຍາ ຕໍ່ການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບ ມອບໝາຍ;
  • ເອົາໃຈໃສ່ສ້າງຂະບວນການ ໃຫ້ພົ້ນເດັ່ນຂຶ້ນໂດຍສົມທົບກັບ 02 ອົງການຈັດຕັ້ງຮ່ວມພາຄີ ໃຫ້ເປັນຂະບວນຟົດຟື້ນຍິ່ງຂຶ້ນ.

     ກອງປະຊຸມໃຫຍ່ ສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ຄະນະກໍາມະບານຮາກຖານ ຊຸດເກົ່າ ແລະ ບັນດາສະຫາຍສະມາຊິກກໍາມະບານຮາກຖານ ກໍ່ຄືພະນັກງານ-ລັດຖະກອນ ຂອງ ສະຖາບັນ ທີ່ໄດ້ພ້ອມກັນເປັນຈິດໜຶ່ງໃຈດຽວ ຕັ້ງໜ້າປະຕິບັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບຈົນສໍາເລັດ; ກອງປະຊຸມໃຫຍ່ ຮຽກຮ້ອງໃຫ້ຄະນະບໍລິຫານງານກໍາມະບານຮາກຖານຊຸດໃໝ່ ພ້ອມດ້ວຍຖັນແຖວສະມາຊິກກໍາມະບານສະຖາບັນ ຈົ່ງຍົກສູງສະຕິຕື່ນຕົວ, ເພີ່ມທະວີຄວາມສາມັກຄີ ເພື່ອຈັດຕັ້ງປະຕິບັດໜ້າທີ່ ແລະ ຄາດໝາຍສູ້ຊົນ ທີ່ກອງປະຊຸມໃຫຍ່ ຄັ້ງທີ II ໄດ້ວາງອອກໃຫ້ມີຜົນສໍາເລັດ ແລະ  ເກີດດອກອອກຜົນ.

4

ກອງປະຊຸມຄັ້ງນີ້ໄດ້ປິດລົງໃນວັນດຽວກັນດ້ວຍຜົນສໍາເລັດຢ່າງຈົບງາມ.