ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ ໜຶ່ງ: ເພື່ອຈັດຕັ້ງຜັນຂະຫຍາຍ ແລະ ສະຫຼຸບຕີລາຄາຜົນສຳເລັດ ຂອງຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງ ຊາວໜຸ່ມປະຊາຊົນ ປະຕິວັດລາວ; ສອງ: ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງໜ່ວຍຊາວໜຸ່ມ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປະຈໍາປີ 2026.
ໃນພິທີດັ່ງກ່າວ ສະຫາຍ ບຸນອ້ອມ ຈັນທະວົງສີ ເລຂາໜ່ວຍຮາກຖານຊາວໜຸ່ມ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ໄດ້ຜ່ານ ແຈ້ງການ ສະບັບເລກທີ 1563/ຄຊປປລ.ສສກ, ລົງວັນທີ 17 ຕຸລາ 2025 ວ່າດ້ວຍການສະຫຼຸບວຽກງານແຂ່ງຂັນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025; ເຜີຍແຜ່ບົດແນະນໍາ ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມລາວສະບັບເລກທີ 333/ລຂ, ລົງວັນທີ 02 ກໍລະກົດ 2021; ດຳເນີນການປະເມີນ ແລະ ປະກອບຄຳຄິດເຫັນໃສ່ບົດປະເມີນຂໍ້ແຂ່ງຂັນ 4 ບຸກ ຂອງແຕ່ລະສະຫາຍ.

ສະຫາຍ ສີວິໄລ ເງິນນາວົງ ຮອງເລຂາໜ່ວຍຮາກຖານຊາວໜຸ່ມ ສວນ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງໜ່ວຍຊາວໜຸ່ມ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ປະຈໍາປີ 2025 ຊຶ່ງໄດ້ຕີລາຄາຜົນສໍາເລັດ, ຂໍ້ຄົງຄ້າງທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ແລະ ກໍານົດທິດທາງແຜນການ ປະຈໍາປີ 2026 ແລະ ໄດ້ເປີດເວທີໃຫ້ສະມາຊິກຊາວໜຸ່ມປະກອບຄໍາຄິດເຫັນຕໍ່ຮ່າງບົດສະຫຼຸບ ດັ່ງກ່າວ.

ກອງປະຊຸມໄດ້ຮັບຟັງຄຳໂອ້ລົມອັນລ້ຳຄ່າ ຈາກສະຫາຍ ປອ ສີພອນ ແສງສຸລິຈັນ, ເລຂາໜ່ວຍພັກຮາກຖານ ສວນ ຄຳໂອ້ລົມ ຂອງສະຫາຍ ເລຂາໜ່ວຍພັກຮາກຖານ ສວນ ໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງການຈັດຕັ້ງຊາວໜຸ່ມໃນການເປັນກຳລັງແຮງປະຈັນບານ, ພ້ອມທັງຊີ້ນຳໃຫ້ຄະນະໜ່ວຍຊາວໜຸ່ມ ສືບຕໍ່ເອົາໃຈໃສ່ບາງດ້ານ ດັ່ງນີ້:
- ສ້າງຄວາມເຂັ້ມແຂງດ້ວຍການຝຶກຝົນຫຼໍ່ຫຼອມ, ພັດທະນາຕົນເອງ ແລະ ປະກອບສ່ວນປັບປຸງການຈັດຕັ້ງ ໃຫ້ເຂັ້ມແຂງ, ໜັກແໜ້ນ.
- ຈັດຕັ້ງຜັນຂະຫຍາຍຂໍ້ແຂ່ງຂັນ 4 ບຸກ ໃນປີ 2026 ແລະ ຕໍ່ໜ້າ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ.
- ອັນສໍາຄັນ ແມ່ນຮັກສາຄວາມສາມັກຄີ ຄວາມເປັນເອກະພາບ, ຍົກສູງນໍ້າໃຈຮັບຜິດຊອບ ຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ວິຊາສະເພາະ ທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສໍາເລັດ.
ຕະຫຼອດກອງປະຊຸມ, ສະມາຊິກຊາວໜຸ່ມໄດ້ທົບທວນຄືນຢ່າງຄົບຖ້ວນ, ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນຕໍ່ບົດປະເມີນ 4 ບຸກ ດ້ວຍນ້ຳໃຈຮັບຜິດຊອບສູງ. ເຫັນໄດ້ຊ່ອງທາງໃນການແກ້ໄຂຂໍ້ຄົງຄ້າງ ແລະ ພ້ອມກັນວາງຄາດ ໝາຍສູ້ຊົນໃນການສືບຕໍ່ຈັດຕັ້ງປະຕິບັດໃນໄລຍະຕໍ່ໜ້າ ແລະ ກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍສະມາຊິກຊາວໜຸ່ມ ທຸກສະຫາຍ ດັ່ງນີ້:
- ນຳເອົາຜົນສຳເລັດ ແລະ ມາດຕະການຕ່າງໆ ທີ່ໄດ້ຮັບຮອງໃນກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດຕົວຈິງໃນວຽກງານວິຊາສະເພາະ ຂອງຕົນ ຢ່າງເຂັ້ມງວດ.
- ສືບຕໍ່ ຝຶກຝົນຫຼໍ່ຫຼອມຕົນເອງ, ຍົກສູງຄວາມຮູ້, ຄວາມສາມາດ, ແລະ ມີຄວາມຄິດປະດິດສ້າງ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໃນການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ເພື່ອການພັດທະນາປະເທດຊາດ.




ກອງປະຊຸມດັ່ງກ່າວ ໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ໄດ້ປິດລົງໃນເວລາ 12:00 ນາທີ ຂອງວັນດຽວກັນ.