ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • photos siri 1.jpg
  • photos siri 2.jpg
  • Photos siri 4.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ກອງປະຊຸມທາບທາມບຸກຄະລາກອນ (ຮອບທີ 2) ຂອງ ໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ

 

     ຈຸດປະສົງ ຂອງ ກອງປະຊຸມໃນຄັ້ງນີ້ ໜຶ່ງ: ຜ່ານຮ່າງບົດລາຍງານການເມືອງ, ຮ່າງບົດສໍາຫຼວດການນໍາພາລວມ ຂອງໜ່ວຍພັກຮາກຖານ ແລະ ປະກອບຄໍາເຫັນໃສ່ຮ່າງບົດດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ ແລະ ໃຫ້ສາມາດຜັນຂະຫຍາຍເປັນອັນລະອຽດໃນພາກປະຕິບັດຕົວຈິງ.  ສອງ: ຜ່ານບົດສຳຫຼວດຂອງບັນດາສະມາຊິກພັກ ແລະ ປະກອບຄຳເຫັນໃຫ້ບັນດາສະມາຊິກພັກ. ສາມ: ດໍາເນີນການປ່ອນບັດຄັດເລືອກບຸກຄະລາກອນ ທີ່ໄດ້ເປັນເປົ້າໝາຍລົງສະໝັກເລືອກຕັ້ງຄະນະໜ່ວຍພັກຮາກຖານຊຸດໃໝ່ (ຮອບທີ 2).

     ໃນພິທີດັ່ງກ່າວ ສະຫາຍ ອານຸສິນ ແສງສຸລິນ ກອງເລຂາໜ່ວຍພັກຮາກຖານ ສວນ ໄດ້ຜ່ານຮ່າງບົດລາຍງານການເມືອງ ແລະ ຜ່ານຮ່າງບົດສຳຫຼວດການນຳພາລວມທີ່ໄດ້ຜ່ານການປະກອບຄຳເຫັນປັບປຸງຈາກບັນດາສະມາຊິກພັກ.

     ຫຼັງຈາກນັ້ນ, ສະມາຊິກພັກສົມບູນແຕ່ລະສະຫາຍໄດ້ຂຶ້ນຜ່ານບົດສຳຫຼວດຕົນເອງ ພ້ອມທັງໃຫ້ສະມາຊິກພັກທັງໝົດໄດ້ມີຄຳເຫັນປະກອບໃຫ້ເພື່ອເປັນການປັບປຸງກໍ່ສ້າງເຊິ່ງກັນ ແລະ ກັນໃຫ້ກາຍເປັນສະມາຊິກພັກທີ່ດີເດັ່ນ.

     ເພື່ອຄັດເລືອກເປົ້າໝາຍລົງສະໝັກເລືອກຕັ້ງ ໃນຄະນະໜ່ວຍພັກຮາກຖານຊຸດໃໝ່ ໃຫ້ຖືກຕ້ອງ ແລະ ສອດຄ່ອງ, ຕາງໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານມາດຖານ ແລະ ເງື່ອນໄຂ ຜູ້ທີ່ຈະລົງສະໝັກ ພ້ອມທັງນໍາພາດໍາເນີນການປ່ອນບັດຄັດເລືອກບຸກຄະລາກອນ (ຮອບທີ 2).

WhatsApp Image 2024 10 15 at 19.02.52

WhatsApp Image 2024 10 15 at 19.03.02

WhatsApp Image 2024 10 15 at 19.03.03

WhatsApp Image 2024 10 15 at 19.02.53

WhatsApp Image 2024 10 15 at 19.02.54

WhatsApp Image 2024 10 15 at 19.02.54 1

WhatsApp Image 2024 10 15 at 19.02.55

WhatsApp Image 2024 10 15 at 19.02.55 1

WhatsApp Image 2024 10 15 at 19.02.56 1

WhatsApp Image 2024 10 15 at 19.02.56

WhatsApp Image 2024 10 15 at 19.02.57 1

WhatsApp Image 2024 10 15 at 19.02.57

WhatsApp Image 2024 10 15 at 19.02.58 1

WhatsApp Image 2024 10 15 at 19.02.58

WhatsApp Image 2024 10 15 at 19.02.59 1

WhatsApp Image 2024 10 15 at 19.02.59

WhatsApp Image 2024 10 15 at 19.03.00 1

WhatsApp Image 2024 10 15 at 19.03.00

WhatsApp Image 2024 10 15 at 19.03.01 1

WhatsApp Image 2024 10 15 at 19.03.01

 

ກອງປະຊຸມດັ່ງກ່າວໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ໄດ້ປິດລົງໃນເວລາ 16:00 ນາທີ ຂອງວັນດຽວກັນ.

ຂຽນຂ່າວໂດຍ: ບຸນອ້ອມ ຈັນທະວົງສີ     

ຖ່າຍພາບໂດຍ ສັນຕິສຸກ ກະວີວົງ