ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • photos siri 1.jpg
  • photos siri 2.jpg
  • Photos siri 4.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ສຳເລັດກອງປະຊຸມເປີດກວ້າງ ແລະ ທາບທາມບຸກຄະລາກອນ (ຮອບທີ 1) ຂອງ ໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ

 

     ຈຸດປະສົງ ຂອງ ກອງປະຊຸມໃນຄັ້ງນີ້ ໜຶ່ງແມ່ນ ຜ່ານຮ່າງບົດລາຍງານການເມືອງ, ຮ່າງບົດສໍາຫຼວດການນໍາພາລວມ ຂອງໜ່ວຍພັກຮາກຖານ ແລະ ປະກອບຄໍາເຫັນໃສ່ຮ່າງບົດດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ ແລະ ໃຫ້ສາມາດຜັນຂະຫຍາຍເປັນອັນລະອຽດໃນພາກປະຕິບັດຕົວຈິງ. ສອງ ດໍາເນີນການປ່ອນບັດຄັດເລືອກບຸກຄະລາກອນ ທີ່ເປັນເປົ້າໝາຍລົງສະໝັກເລືອກຕັ້ງຄະນະໜ່ວຍພັກຮາກຖານຊຸດໃໝ່ (ຮອບທີ 1).

     ໃນພິທີດັ່ງກ່າວ ສະຫາຍ ປອ ສີພອນ ແສງສຸລິຈັນ ກໍາມະການໜ່ວຍພັກຮາກຖານ ສວນ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງ ແລະ ສະຫາຍ ພິມພາ ອຸດທະຈັກ ເລຂາໜ່ວຍພັກຮາກຖານ ສວນ ໄດ້ຂຶ້ນຜ່ານຮ່າງບົດສຳຫຼວດການນຳພາລວມ. ຫຼັງຈາກນັ້ນ, ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ມີຄຳເຫັນແນະນຳເພີ່ມເຕີມໃນການຈັດຕັ້ງປະຕິບັດກະກຽມເອກະສານຕ່າງໆ ຕໍ່ ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຮາກຖານສະຖາບັນ ເພື່ອເຮັດໃຫ້ກອງປະຊຸມນັ້ນໄດ້ຮັບຜົນອອກມາດີ ແລະ ໄດ້ຮັບຜົນສໍາເລັດຕາມຄາດໝາຍ.

     ເພື່ອຄັດເລືອກເປົ້າໝາຍລົງສະໝັກເລືອກຕັ້ງ ໃນຄະນະໜ່ວຍພັກຮາກຖານຊຸດໃໝ່ ໃຫ້ຖືກຕ້ອງ ແລະ ສອດຄ່ອງ, ຕາງໜ້າກົມກວດກາ ໄດ້ຂຶ້ນຜ່ານມາດຖານ ແລະ ເງື່ອນໄຂຜູ້ທີ່ຈະລົງສະໝັກ ຕໍ່ກອງປະຊຸມ ແລະ ຕາງໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ນໍາພາດໍາເນີນການປ່ອນບັດຄັດເລືອກບຸກຄະລາກອນ (ຮອບທີ 1).

12

13

14

ກອງປະຊຸມດັ່ງກ່າວໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ໄດ້ປິດລົງໃນເວລາ 16:30 ນາທີ ຂອງວັນດຽວກັນ.