ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • photos siri 1.jpg
  • photos siri 2.jpg
  • Photos siri 4.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ສຳເລັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ

      ໃນພິທີດັ່ງກ່າວ ສະຫາຍ ອານຸສິນ ແສງສຸລິນ ຕາງໜ້າກອງເລຂາໜ່ວຍພັກຮາກຖານ ໄດ້ຜ່ານມະຕິຕົກລົງຂອງຄະນະພັກກະຊວງ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນກ້າວໜ້າເປັນສະມາຊິກພັກສຳຮອງ. ຫຼັງຈາກນັ້ນ, ສະຫາຍ ພິມ​ພາ ອຸດທະ​ຈັກ ເລຂາໜ່ວຍພັກຮາກຖານ ສວນ ໄດ້ກ່າວຮັບເອົາສະມາຊິກພັກໃໝ່ ພ້ອມທັງ ມອບມະຕິຕົກລົງ ໃຫ້ແກ່ສະມາຊິກພັກໃໝ່ ແລະ ສະຫາຍ ໄດ້ເປັນກຽດມີຄໍາເຫັນ ໂອ້ລົມ ຕໍ່ ສະມາຊິກພັກສຳຮອງໃໝ່ ຊຶ່ງການໂອ້ລົມ ຂອງ ສະຫາຍ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ, ເປັນທິດທາງໃຫ້ແກ່ສະມາຊິກພັກສຳຮອງໃໝ່ ສືບຕໍ່ຝຶກຝົນ, ພັດທະນາຕົນເອງແລະ ຖັນແຖວສະມາຊິກພັກພາຍໃນ ສວນ ໂດຍເນັ້ນ ພ້ອມກັນຮັກສາ ແລະ ເສີມຂະຫຍາຍຄວາມສາມັກຄີອັນເປັນປຶກແຜ່ນ ໃນການປະຕິບັດວຽກງານໃຫ້ສໍາເລັດຜົນດີ ໃນໜ້າທີ່ການເມືອງ, ປະຕິບັດກົດລະບຽບພັກໃຫ້ເຂັ້ມງວດ ແລະ ການເປັນແບບຢ່າງທີ່ດີ ໃຫ້ແກ່ມະຫາຊົນກ້າວໜ້າຮຸ່ນສືບຕໍ່ໄປ.

2

3

ພິທີດັ່ງກ່າວໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ.