ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • photos siri 1.jpg
  • photos siri 2.jpg
  • Photos siri 4.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ໜ່ວຍພັກຮາກຖານສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ຮັບສະມາຊິກພັກສຳຮອງໃໝ່

     ຊຶ່ງໃຫ້ກຽດເປັນປະທານໂດຍ ສະຫາຍ ພິມ​ພາ ອຸດທະ​ຈັກ ​ເລຂາໜ່ວຍພັກ​ຮາກ​ຖານ ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ ​ແລະ  ນະວັດຕະກຳ ເຊິ່ງມີຜູ້​ເຂົ້າ​ຮ່ວມທັງໝົດ 33 ສະຫາຍ, ຍິງ 9 ສະຫາຍ.

    ຈຸດປະສົງຂອງພິທີໃນຄັ້ງນີ້ ແມ່ນເພື່ອຮັບເອົາມະຫາຊົນກ້າວໜ້າ 4 ສະຫາຍ ເຂົ້າເປັນສະມາຊິກພັກສຳຮອງ ຕາມມະຕິຕົກລົງ ສະບັບເລກທີ 175/ຄພສກ, ລົງວັນທີ 06 ມິຖຸນາ 2024.

    ໃນພິທີດັ່ງກ່າວ ສະຫາຍ ຄຳຕຸ່ນ ຄຳພາວັນ ຕາງໜ້າໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານມະຕິຕົກລົງ ອະນຸມັດຂອງຄະນະພັກຂັ້ນເທິງ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນກ້າວໜ້າເປັນສະມາຊິກພັກສຳຮອງ.

DSCF4468

    ຫຼັງຈາກນັ້ນ, ສະຫາຍ ພິມ​ພາ ອຸດທະ​ຈັກ ເລຂາໜ່ວຍພັກຮາກຖານ ສວນ ໄດ້ຂຶ້ນກ່າວຮັບເອົາສະມາຊິກພັກໃໝ່ ພ້ອມທັງມອບມະຕິຕົກລົງໃຫ້ແກ່ສະມາຊິກພັກໃໝ່ ແລະ ສະຫາຍ ໄດ້ເປັນກຽດມີຄໍາເຫັນ ໂອ້ລົມ ຕໍ່ ສະມາຊິກພັກສຳຮອງໃໝ່ ຊຶ່ງການໂອ້ລົມ ຂອງ ສະຫາຍ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ, ເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ສະມາຊິກພັກສຳຮອງໃໝ່ ແລະ ຖັນແຖວສະມາຊິກພັກພາຍໃນ ສວນ ໂດຍເນັ້ນຮັກສາ ແລະ ເສີມຂະຫຍາຍຄວາມສາມັກຄີອັນເປັນປຶກແຜ່ນ ໃນການປະຕິບັດວຽກງານໃຫ້ສໍາເລັດຜົນດີ ໃນໜ້າທີ່ການເມືອງ ແລະ ປະຕິບັດກົດລະບຽບພັກໃຫ້ເຂັ້ມງວດ ແລະ ການເປັນແບບຢ່າງທີ່ດີ ໃຫ້ແກ່ມະຫາຊົນກ້າວໜ້າຮຸ່ນສືບຕໍ່ໄປ.

WhatsApp Image 2024 07 02 at 21.17.44

DSCF4542

ພິທີດັ່ງກ່າວໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ.