ສູນຂໍ້ມູນຂ່າວສານ ແລະ ຫໍສະໝຸດ, ສວນ ເປີດກອງປະຊຸມສະຫຼຸບວຽກງານຂອງສູນ ປະຈຳປີ 2024 ແລະ ວາງແຜນການປະຕິບັດວຽກງານໃນປີ 2025.
ໃນຕອນເຊົ້າຂອງວັນທີ 23 ມັງກອນ 2025, ສູນຂໍ້ມູນຂ່າວສານ ແລະ ຫໍສະໝຸດ (ສຂຫ) ໄດ້ເປີດ ກອງປະຊຸມສະຫຼຸບວຽກງານຂອງສູນ ປະຈຳປີ 2024 ແລະ ວາງແຜນການປະຕິບັດວຽກງານໃນປີ 2025.ທີ່ ຫ້ອງປະຊຸມ ຂອງສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ.
ໃນພິທີດັ່ງກ່າວ ໃຫ້ກຽດເປັນປະທານ ຂອງ ທ່ານ ປອ ສີພອນ ແສງສຸລິຈັນ ວ່າການແທນຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ພ້ອມດ້ວຍ ຄະນະອໍານວຍການ, ບັນດາຫົວໜ້າສູນ, ຄະນະສູນ, ຫົວໜ້າພະແນກ ແລະ ພະນັກງານວິຊາການ ພາຍໃນ ສຂຫ ເຂົ້າຮ່ວມທັງໝົດ 13 ທ່ານ, ຍິງ 03 ທ່ານ.
ຈຸດປະສົງ ຂອງການເປີດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບຜົນງານທີ່ສູນຂໍ້ມູນຂ່າວສານ ແລະ ຫໍສະໝຸດສາມາດປະຕິບັດໄດ້, ປຶກສາຫາລືປັບປຸງບັນຫາທີ່ຍັງຄົງຄ້າງ ແລະ ຮ່ວມກັນວາງແຜນການຕໍ່ໜ້າປະຈຳປີ 2025 ເຊິ່ງມີຫົວຂໍ້ຫຼັກໆຄື: