ການລົງນາມໃນບົດບັນທຶກຄວາມເຂົ້າໃຈ ຄັ້ງນີ້ ແມ່ນໜຶ່ງວຽກງານການຈັດຕັ້ງຜັນຂະຫຍາຍທິດທາງພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຂອງສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ກໍຄື ທິດທາງແຜນພັດທະນາ ປະເທດພວກເຮົາໃນການນໍາໃຊ້ວິທະຍາສາດ-ເຕັກນິກທີ່ທັນສະໄໝ ຮັບໃຊ້ການຜະລິດ ແລະ ການບໍລິການ, ໂດຍສະເພາະ ແມ່ນພັດທະນາວຽກງານການຄົ້ນຄວ້າ-ວິໄຈ ໃນນັ້ນ ແມ່ນການປັບປຸງ, ພັດທະນາ ແລະ ນໍາໃຊ້ຫ້ອງທົດລອງທີ່ມີ ໃຫ້ສາມາດດໍາເນີນໄດ້ໃນທາງພາກການຈັດຕັ້ງປະຕິບັດ, ວຽກງານສົ່ງເສີມວິຊາການ ກໍ່ຄື ການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ໃຫ້ກາຍເປັນ ພະນັກງານວິຊາການສະເພາະດ້ານ ແລະ ຊ່ຽວຊານໃນອະນາຄົດ, ໄປຄຽງຄູ່ກັບ ແມ່ນວຽກງານຄຸ້ມຄອງ ແລະ ນໍາໃຊ້ຫ້ອງທົດລອງວຽກງານການຄົ້ນຄວ້າ-ວິໄຈ ທາງທໍລະນີວິທະຍາ ຕິດພັນກັບ ວຽກງານວິຊາສະເພາະຂອງສະຖາບັນ ກໍ່ຄື ວຽກງານສົ່ງເສີມ ແລະ ຖ່າຍທອດຜົນສໍາເລັດທາງດ້ານການຄົ້ນຄວ້າ-ວິໄຈ ຮັບໃຊ້ສັງຄົມເວົ້າລວມ, ເວົ້າສະເພາະ ແມ່ນນັກຄົ້ນຄວ້າ, ນັກຮຽນ-ນັກສຶກສາໃນການນໍາໃຊ້ຫ້ອງທົດລອງ ເພື່ອຄົ້ນຄວ້າ-ວິໄຈ ກ້າວໄປເຖິງ ສາມາດສ້າງເປັນຜະລິດຕະພັນຕົວແບບໄດ້.
ການຮ່ວມມືກັນປັບປຸງຫ້ອງທົດລອງ ເພື່ອການຮ່ວມມືທາງດ້ານວິຊາການໃນການນໍາໃຊ້ໃນຄັ້ງນີ້ ແມ່ນເປັນ ບາດກ້າວເລີ້ມຕົ້ນທີ່ດີ, ມີຄວາມສໍາຄັນຫລາຍ ແລະ ເປັນພື້ນຖານທີ່ໜັກແໜ້ນ ດ້ານການຮ່ວມມື ລະຫວ່າງ ພາກລັດ ແລະ ບໍລິສັດ ໂດຍສະເພາະ ເປັນບໍລິສັດ ຂອງຄົນລາວພວກເຮົາເປັນເຈົ້າຂອງ ເຂົ້າມາມີສ່ວນຮ່ວມໃນການພັດທະນາວຽກງານການຄົ້ນຄວ້າ-ວິໄຈ ແລະ ພັດທະນາວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ຂອງປະເທດ ໃຫ້ນັບມື້ໄດ້ຮັບການພັດທະນາ ປະກອບສ່ວນອັນສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ມີຄວາມເຂັ້ມແຂງ.
ຂຽນຂ່າວໂດຍ: ບຸນອ້ອມ ຈັນທະວົງສີ
ພາບໂດຍ: ສັນຕິສຸກ ກະວີວົງ