ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • 1P.png
  • 2P.png
  • 3P.png
  • 4P.png
  • 5P.png
  • 6P.png
  • IMG_3048.jpg
  • IMG_3062.jpg
  • IMG_3068.jpg
  • photos siri 1.jpg
  • photos siri 2.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ກອງປະຊຸມປະເມີນ ຕຳແໜ່ງບໍລິຫານປະເພດ II ຂັ້ນຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ

      ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ(ສວນ) ໄດ້ດໍາເນີນກອງປະຊຸມປະເມີນ(ຕຳແໜ່ງບໍລິຫານປະເພດ 2) ຂັ້ນຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ເຊິ່ງໄດ້ຈັດຂຶ້ນ ໃນວັນພຸດ ວັນທີ 19ກຸມພາ 2025, ເວລາ 13:30-15:00 ທີ່ ຫ້ອງຝຶກອົບຮົມ ຂອງສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ.

WhatsApp Image 2025 02 19 at 14.21.34

     ກອງປະຊຸມຄັ້ງນີ້ ຊຶ່ງໃຫ້ກຽດເປັນປະທານໂດຍ ທ່ານປອ ສີພອນ ແສງສຸລິຈັນ ວ່າການແທນຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ, ມີຜູ້ຕາງໜ້າຈາກກົມຈັດຕັ້ງ ແລະ ພະນັກງານ 2 ທ່ານ, ກົມກວດກາ 1 ທ່ານ, ມີຜູ້ເຂົ້າ​ຮ່ວມທັງໝົດ 31 ທ່ານ (ຍິງ 12ທ່ານ).

    ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປະເມີນຕຳແໜ່ງບໍລິຫານປະເພດ 2 ຂັ້ນຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ, ໃນພິທີດັ່ງກ່າວ ສະຫາຍ ປອ ສີພອນ ແສງສຸລິຈັນໄດ້ຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດໜ້າທີ່ວ່າການແທນຜູ້ອຳນວຍການ ສວນ ໄລຍະຜ່ານ ມີຜົນສໍາເລັດ ແລະ ຂໍ້ຄົງຄ້າງ ໃດແດ່.

      ຈາກນັ້ນ, ທ່ານ ຄຳຕຸ່ນ ຄຳພາວັນ ຕາງໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂ ແລະ ແບບຟອມການປະເມີນ ເພື່ອປະເມີນຕໍາແໜ່ງບໍລິຫານ ປະເພດ II ຂັ້ນຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ແລະ ຄະນະຮັບຜິດຊອບ ດໍາເນີນການປ່ອນບັດ ຈະໄດ້ສັງລວມຄະແນນ ແລະ ນໍາສະເໜີລາຍງານ ຄະນະນໍາ ສສກ ຕາມຂັ້ນຕອນ, ການ ການປ່ອນບັດໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ.

WhatsApp Image 2025 02 19 at 14.30.57

WhatsApp Image 2025 02 19 at 14.21.38

WhatsApp Image 2025 02 19 at 14.21.40

ກອງປະຊຸມດັ່ງກ່າວໄດ້ດໍາເນີນເປັນເວລາເຄິ່ງວັນ ແລະ ປິດລົງໃນເວລາ 15:00 ນາທີ ຂອງວັນດຽວກັນ.

.featured { display: none; }