ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • 1P.png
  • 2P.png
  • 3P.png
  • 4P.png
  • 5P.png
  • 6P.png
  • IMG_3048.jpg
  • IMG_3062.jpg
  • IMG_3068.jpg
  • photos siri 1.jpg
  • photos siri 2.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ສະຖານທູດລຸກຊຳບວກ ມາຢ້ຽມຢາມ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ

 

ການມາຢ້ຽມຢາມ ຂອງຄະນະດັ່ງກ່າວໃນຄັ້ງນີ້ ມີຈຸດປະສົງ ແລກປ່ຽນຂໍ້ມູນ, ສ້າງຄວາມເຂົ້າໃຈ ເຊິ່ງກັນແລະກັນ ເພື່ອວາງທິດທາງການຮ່ວມມືໃນຕໍ່ໜ້າ. ໃນວາລະການຫາລື ສອງຝ່າຍ ໄດ້ແລກປ່ຽນຂໍ້ມູນເຊິ່ງກັນແລະກັນ ໃນການຈັດຕັ້ງປະຕິບັດ ພາລະບົດບາດ ແລະ ໜ້າທີ່ ຂອງຕົນ ໃຫ້ກັນຊາບ,  ຊຶ່ງເຫັນໄດ້ມີ​​ບາງວຽກ​​ງານການ​ຄົ້ນ​ຄ້​ວາ​ທີ່​ກ່ຽວ​ຂ້ອງ ທີ່ມີຄວາມອາດສາມາດຮ່ວມມືນໍາກັນໄດ້ໃນຕໍ່ໜ້າ ເປັນຕົ້ນ ​ວິ​ທະ​ຍາ​ສາດ​ຄອມ​ພິວ​ເຕີ, ການ​ຄົ້ນ​ຄ້​ວາ​ທາງ​ດ້ານ​ຊີ​ວະ-ເຄ​ມີ, ພືດສາດ, ການສັງລວມ ແລະ ການບໍລິການຂໍ້ມູນຂ່າວສານການຄົ້ນຄວ້າວິທະຍາສາດ.​ ສໍາລັບການກໍ່ສ້າງບຸກຄະລາກອນ-ວຽກງານພັດທະນາຊັບພະຍາກອນມະນຸດ, ລຸກຊໍາບວກ ໄດ້ສະໜອງທຶນການສຶກສາ ລະດັບປະລິນຍາໂທ ແລະ ປະລິນຍາເອກ ໃຫ້ແກ່ ສປປ ລາວ ໂດຍຜ່ານແຜນ​ການ​ໃຫ້​ທຶນ​ການສຶກສາ ແຕ່ລະໄລຍະ ໃນຂອບ ຂອງ​ EU ແລະ ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ ​ແລະ  ນະວັດຕະກໍາ ສະແດງຄວາມຍີນດີ ແລະ ມີຄວາມມຸ້ງຫວັງ ໃນການຮ່ວມມື ທາງສະຖາບັນ ມີແຜນຄວາມຕ້ອງການ ບໍາລຸງ ຍົກລະດັບວິຊາການ ແລະ ພັດທະນາບຸກຄະລາກອນ ໃນທຸກລະດັບ ກໍຄື ການພັດທະນາວຽກງານການຄົ້ນຄ້ວາວິທະຍາສາດໃຫ້ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ ແລະ ທັງສອງຝ່າຍ ເຫັນວ່າ ສາມາດປະສານງານກັນຕື່ມ ຖ້າແຕ່ລະຝ່າຍ ເຫັນພ້ອມວຽກງານຮ່ວມກັນ.

WhatsApp Image 2025 02 18 at 09.17.38 1

WhatsApp Image 2025 02 18 at 09.17.37

WhatsApp Image 2025 02 18 at 09.17.38

WhatsApp Image 2025 02 18 at 09.17.39 1

WhatsApp Image 2025 02 18 at 09.17.39

.featured { display: none; }