- ຜ່ານສະຫຼຸບວຽກງານຂອງສູນ ປະຈຳປີ 2024 ແລະ ວາງແຜນການປະຕິບັດວຽກງານໃນປີ 2025;
- ຜ່ານວຽກງານການສ້າງ ແລະ ອັບເດດ ເວັບໄຊ໌ ແລະ E-Book;
- ຜ່ານວຽກງານວາລະສານປະຈຳປີ 2024 ແລະ ແຜນການປັບປຸງໃໝ່ປະຈຳປີ 2025.
ໃນຕອນທ້າຍ ຂອງກອງປະຊຸມທ່ານ ປອ ສີພອນ ແສງສຸລິຈັນ ວ່າການແທນຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ຍັງໄດ້ໃຫ້ຄຳເຫັນເນັ້ນຢໍ້າອີກວ່າ ໃຫ້ພ້ອມພາກັນສືບຕໍ່ໜ້າທີ່ວຽກງານຂອງສູນທີ່ໄດ້ຮັບມອບໝາຍໃຫ້ສຳເລັດຜົນ ແລະ ຄົ້ນຄວ້າ, ສ້າງສາຍພົວພັນກັບບັນດາພາກສ່ວນການຄົ້ນຄວ້າວິທະຍາສາດຕ່າງໆເພື່ອເຮັດໃຫ້ການຄົ້ນຫາຂໍ້ມູນວິທະຍາສາດໄດ້ງ່າຍຂຶ້ນ.
ກອງປະຊຸມດັ່ງກ່າວໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ.
ຂຽນຂ່າວໂດຍ: ບຸນອ້ອມ ຈັນທະວົງສີ
ຮູບພາບໂດຍ: ສັນຕິສຸກ ກະວີວົງ