
ກອງປະຊຸມສໍາມະນາ ຍັງໄດ້ຍົກບາງບັນຫາ ສົນທະນາ ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນກ່ຽວກັບການດໍາເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໃນນັ້ນ ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານຂອງສະຖາບັນຫຼາຍຂຶ້ນຕື່ມ; ເຫັນໄດ້ຄວາມໝາຍສໍາຄັນ ຂອງການຄົ້ນຄວ້າວິທະຍາສາດ, ການພັດທະນານະວັດຕະກໍາ ຕໍ່ກັບ ການພັດທະນາປະເທດ ແລະ ຜູ້ແທນ ເຫັນດີ, ຊົມເຊີຍ ຕໍ່ຜົນງານການຄົ້ນຄວ້າວິທະຍາສາດ ກໍ່ຄື ການເຄື່ອນໄຫວວຽກງານວິທະຍາສາດ ຂອງ ສະຖາບັນ ທີ່ດໍາເນີນການຄົ້ນຄວ້າ, ໄດ້ມີບາງຜົນງານໃນໄລຍະຜ່ານມາ ແລະ ສະແດງຄວາມພາກພູມໃຈ ຕໍ່ ຄວາມເອົາໃຈໃສ່ ຂອງ ສະຖາບັນ ທີ່ໄດ້ລົງເຄື່ອນໄຫວ ເຜີຍແຜ່ວຽກງານ ແລະ ຜົນງານການຄົ້ນຄວ້າວິທະຍາສາດ ໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ;

ໃນຕອນທ້າຍ, ທ່ານ ປອ. ສີພອນ ແສງສຸລິຈັນ, ວ່າການແທນຜູ້ອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ມາຍັງບັນດານັກສໍາມະນາກອນ, ຜູ້ເຂົ້າຮ່ວມກອງປະຊຸມທຸກທ່ານ ທີ່ໄດ້ເອົາໃຈໃສ່, ສົນທະນາ, ແລະ ແລກປ່ຽນບົດຮຽນ ດ້ວຍຄວາມຈິງໃຈ ແລະ ເສຍລະຫຼະເວລາອັນມີຄ່າ ເຂົ້າຮ່ວມກອງປະຊຸມສໍາມະນາໃນຄັ້ງນີ້ ໄດ້ບັນລຸຕາມຈຸດປະສົງ ຄາດໝາຍ ແລະ ຍັງໄດ້ເນັ້ນໃຫ້ເຫັນຄວາມສຳຄັນ ຂອງວຽກງານ ດັ່ງກ່າວ ຕໍ່ກັບ ການພັດທະນາໃນທຸກຂະແໜງການ.
ກອງປະຊຸມໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນເວລາ 11:30 ຂອງວັນດຽວກັນ.