ສວນ ເປີດຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນຂະແໜງ ສສກ ປະຈຳສົກປີ 2024-2025.
ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳໄດ້ຈັດພິທີເປີດຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນຂະແໜງ ສສກ ປະຈຳສົກປີ 2024-2025.
ໃນຕອນເຊົ້າຂອງວັນທີ 05 ກໍລະກົດ 2024, ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ(ສວນ) ໄດ້ເປີດຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນຂະແໜງ ສສກ ປະຈຳສົກປີ 2024-2025 ທີ່ ຫ້ອງປະຊຸມ ຂອງສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ຢ່າງເປັນທາງການ.