ສະຖານທູດລຸກຊຳບວກ ມາຢ້ຽມຢາມ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ
ການມາຢ້ຽມຢາມ ຂອງ ສະຖານທູດລຸກຊຳບວກ

ໃນເວລາ 14:00 ໂມງ ຂອງວັນທີ 11 ກຸມພາ 2025 ຜ່ານມາ, ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ໄດ້ຕ້ອນຮັບ ອາຈານ Pascal BOUVRY ຄະນະບໍດີຈາກພາກວິຊາວິທະຍາສາດຄອມພິວເຕີ, ຄະນະວິທະຍາສາດ ເຕັກໂນໂລຊີ ແລະ ການຢາ ພ້ອມດ້ວຍຄະນະ ມາຈາກ ມະຫາວິຍາໄລລຸກຊຳບວກ ແລະ ພະນັກງານສະຖານທູດແຫ່ງລັດລຸກຊຳບວກ ໂດຍໃຫ້ກຽດຕ້ອນຮັບ ຂອງທ່ານ ປອ.ສີພອນ ແສງສຸລິຈັນ ວ່າການແທນຜູ້ອຳນວຍ ການສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ພ້ອມມີຄະນະພະແນກ ແລະ ສູນກ່ຽວຂ້ອງ;


