ທາງສະຖາບັນໄດ້ລາຍງານສະພາບລວມ ດ້ານວຽກງານວິທະຍາສາດ ຂອງ ສປປ ລາວ ແລະ ໄດ້ ນໍາສະເໜີພາລະບົດບາດ ແລະ ໜ້າທີ່ຫຼັກ ຂອງສະຖາບັນ ໃຫ້ຄະນະຝ່າຍ ຈີນຊາບ ພ້ອມນັ້ນ ຍັງໄດ້ແລກປ່ຽນບາງຂໍ້ມູນ ເປັນຕົ້ນ ການກໍານົດສ້າງແຜນການພັດທະນາ 5 ປີ 2026-2030 ບົນພື້ນຖານເນື້ອໃນຈິດໃຈ ຂອງ ຮ່າງຍຸດທະສາດ ແລະ ແຜນດໍາເນີນງານແຫ່ງຊາດ ດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ 2026-2040 ຊຶ່ງລວມມ 5 ຍຸດທະສາດໃຫຍ່. ຝ່າຍ ສປ ຈີນ ໄດ້ແລກປ່ຽນທ່າແຮງ ຂອງຕົນ ແລະ ຄວາມສາມາດເປັນໄປໄດ້ໃນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ການຄົ້ນຄວ້າ-ນໍາໃຊ້ນະວັດຕະກໍາ, AI ກ່ຽວກັບການບໍລິການຂໍ້ມູນຂ່າວສານ ແລະ ຫໍສະຫມຸດ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ (ຄົ້ນຄ້ວາ, ພັດທະນາ ແລະ ຄຸ້ມຄອງລະບົບຖານຂໍ້ມູນ E Library ແລະ ລະບົບE Book, ລະບົບຖານຂໍ້ມູນການຄົ້ນຄ້ວາ, ພັດທະນາເວບໄຊ໌ ແລະ ລະບົບກອງປະຊຸມທາງໄກ; ບໍລິການຂໍ້ມູນຂ່າວສານ ຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ຮັບໃຊ້ການການສຶກສາ ແລະ ຄົ້ນຄ້ວາ) ເຊິງສອດຄ່ອງກັບ ໜ້າທີ່ ແລະ ປະສົບການ ດ້ານການຄົ້ນຄ້ວາພັດທະນາເຕັກໂນໂລຊີ ຫັນເປັນ Digital ແລະ ການສ້າງຄວາມເຂັ້ມແຂງ-ດ້ານຄວາມອາດສາມາດ; ແລະ ການພັດທະນາຖານຂໍ້ມູນ, ແລກປ່ຽນ-ຮ່ວມການຄົ້ນຄ້ວາຫົວຂໍ້ ປັນຍາປະດິດ, ດາວທຽມນໍາທາງ ລວມເຖິງ ດ້ານງົບປະມານການຄົ້ນຄ້ວາຮ່ວມກັນ ແມ່ນສະເໜີກັບງົບປະມານລັດຖະບານຈີນ.
ວິທີການປະຕິບັດ: ສັງລວມຂໍ້ມູນຕ່າງໆ, ການແບ່ງປັນຂໍ້ມູນຮ່ວມເຊິງກັນ ແລະ ກັນ; ການພັດທະນາຊັບພະຍາກອນ ການຝຶກອົບຮົບຕົວຈິງ, ການແລກປ່ຽນດ້ານວິຊາການ; ມີຖານຂໍ້ມູນ(ອາຊຽນຂອງລາວ, ສາມາດວາງແຜນລະບົບເສດຖະກິດດິຈິຕ໋ອນ, ມີບົດລາຍງານສະພາບເສດຖະກິດດິຈິຕ໋ອນປະຈໍາປີ; ແລະ ການຄົ້ນຄວ້ານະວັດຕະກໍາ ກ່ຽວຂ້ອງກັບການຄົ້ນຄວ້າ-ວິໄຈ ຜ່ານການກໍານົດຫົວຂໍ້ການຄົ້ນຄວ້າຮ່ວມ. ສອງ ຝ່າຍ ເຫັນດີ ເປັນເອກະພາບຮ່ວມມກັນ ສືບຕໍ່ ພົວພັນ ປະສານງານກັນໃຫ້ສະໜິດແໜ້ນຂຶ້ນຕື່ມ ໃນການຮ່ວມມືຕໍ່ໜ້າ ໂດຍພ້ອມກັນຄົ້ນຄວ້າບັນດາເນື້ອໃນການຮ່ວມມື ທີ່ຕ່າງຝ່າຍມີຄວາມສົນໃຈ ແລະ ສ້າງເປັນບົດບັນທຶກຄວາມເຂົ້າໃຈຮ່ວມກັນ (MOU) ນໍາສະເໜີຂັ້ນເທິງພິຈາລະນາໃນມໍ່ໆນີ້.




ຂຽນຂ່າວໂດຍ: ບຸນອ້ອມ ຈັນທະວົງສີ
ຮູບພາບໂດຍ: ສັນຕິສຸກ ກະວີວົງ