ກອງປະຊຸມທາບທາມບຸກຄະລາກອນ (ຮອບທີ 2) ຂອງ ໜ່ວຍພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ
ໜ່ວຍພັກຮາກຖານສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ໄດ້ດໍາເນີນກອງປະຊຸມທາບທາມບຸກຄະລາກອນ (ຮອບທີ 2) ໃນວັນອັງຄານ ວັນທີ 15 ຕຸລາ 2024 ເວລາ 08:30-16:00, ທີ່ຫ້ອງຝຶກອົບຮົມ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ.

ກອງປະຊຸມຄັ້ງນີ້ ຊຶ່ງໃຫ້ກຽດເປັນປະທານໂດຍ ສະຫາຍ ພິມພາ ອຸດທະຈັກ ເລຂາໜ່ວຍພັກຮາກຖານ ສວນ, ມີຕາງໜ້າຈາກກົມກວດກາ, ກົມຈັດຕັ້ງ ແລະ ພະນັກງານ, ສະມາຊິກພັກສົມບູນ ແລະ ສໍາຮອງ ພາຍໃນໜ່ວຍພັກ ເຂົ້າຮ່ວມທັງໝົດ 31 ສະຫາຍ ຍິງ 11 ສະຫາຍ.




