ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • 1P.png
  • 2P.png
  • 3P.png
  • 4P.png
  • IMG_3048.jpg
  • IMG_3062.jpg
  • IMG_3068.jpg
  • photos siri 1.jpg
  • photos siri 2.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ງານວາງສະແດງຜົນງານການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອສະເຫຼີມສະຫຼອງ ວັນຄູແຫ່ງຊາດ ຄົບຮອບ 31 ປີ, ວັນວິທະຍາສາດແຫ່ງຊາດ ຄົບຮອບ 38 ປີ ປະຈໍາປີ 2025 ແລະ ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X

     ໃນພິທີທີ່ມີຄວາມໝາຍສໍາຄັນນີ້ ນອກຈາກທົບຄວນຄືນມູນເຊື້ອ, ບົດບາດ ຄວາມໝາຍຄວາມສໍາຄັນ ຂອງ ສອງວັນປະຫວັດສາດດັ່ງກ່າວ ຍັງໄດ້ມີພິທີຍ້ອງຍໍມອບ-ຮັບ ນາມມະຍົດຄູປະຊາຊົນ ຈໍານວນ 02 ທ່ານ, ຕໍາແໜ່ງວິຊາການຂັ້ນຮອງສາດສະດາຈານ ຈໍານວນ 14 ທ່ານ ແລະ ຫົວບົດຄົ້ນຄວ້າວິທະຍາສາດທີ່ດີເດັ່ນ ຈໍານວນ 20 ຫົວບົດ; ກອງປະຊຸມສໍາມະນາວຽກງານການຄົ້ນຄວ້າວິທະຍາສາດ ລະຫວ່າງ ນັກຄົ້ນຄວ້າວິທະຍາສາດ, ຜູ້ປະກອບການ ແລະ ອົງການຈັດຕັ້ງ ຂອງລັດ.

WhatsApp Image 2025 10 10 at 14.30.29

         ໄປຄຽງຄູ່ກັບພິທີດັ່ງກ່າວ, ກະຊວງສຶກສາທິການ ແລະ ກິລາ ໄດ້ມີພິທີເປີດງານວາງສະແດງຜົນງານການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອສະເຫຼີມສະຫຼອງ 02 ວັນປະຫວັດສາດດັ່ງກ່າວ ແລະ ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ໃນວັນດຽວກັນ; ແລະ ໃນໂອກາດອັນສະຫງ່າລາສີ, ມີຄວາມໝາບສໍາຄັນດັ່ງກ່າວ ໄດ້ຮັບກຽດເປັນຢ່າງສູງຂໍ່ານັບຮັບຕອນ ພະນະທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ເສຍສະຫຼະເວລາອັນມີຄ່າ ເຂົ້າງານວາງສະແດງຄັ້ງນີ້ ແລະ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ  ໄດ້ໃຫ້ກຽດຕັດແຖບຜ້າເປີດງານຢ່າງເປັນທາງການ. ການຈັດງານວາງສະແດງຄັ້ງນີ້ ມີຈຸດປະສົງ ແລະ ຄາດໝາຍ ເພື່ອ 1) ໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກ ໃຫ້ທົ່ວສັງຄົມ, ຖັນແຖວພະນັກງານ, ຄູອາຈານ, ນັກຮຽນ-ນັກສຶກສາ ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບບົດບາດ  ຄວາມສໍາຄັນ ຂອງອາຊີບຄູ, ການບໍາລຸງສ້າງ ພັດທະນາຄູ, ວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ໂດຍສະເພາະ ການຄົ້ນຄວ້າວິທະຍາສາດ ຕໍ່ກັບ ການພັດທະນາເສດຖະກິດ​-ສັງຄົມ ຂອງ ສປປ ລາວໃນປະຈຸບັນ ແລະ ອານາຄົດ; ແລະ 2) ຊຸກຍູ້ສົ່ງເສີມ​ການນໍາໃຊ້ຜົນງານການຄົ້ນຄວ້າວິທະຍາສາດ ເຂົ້າໃນຂະ​ບວນ​ການ​ຜະ​ລິດໃຫ້​ກາຍ​ເປັນ​ຜະ​ລິດ​ຕະ​ພັນ, ສິນຄ້າ ແລະ ການບໍລິກການ ອອກສູ່ສັງຄົມ ແລະ ປະກອບສ່ວນເຮັດໃຫ້ຄຸນນະພາບ, ສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນ ຂອງ ສປປ ລາວ ໃຫ້ສາມາດແຂ່ງຂັນກັບສິນຄ້ານໍາເຂົ້າອື່ນໆ.

ພາກສ່ວນເຂົ້າຮ່ວມງານວາງສະແດງຄັ້ງນີ້ ມີທັງໝົດ ຈໍານວນ 34 ບູດ, ຊຶ່ງບັນດາພາກສ່ວນເຂົ້າຮ່ວມງານວາງສະແດງ ແມ່ນມາຈາກກະຊວງສຶກສາທິການ ແລະ ກິລາ, ມະຫາວິທະຍາໄລແຫ່ງຊາດ, ບັນດາສະຖາບັນຄົ້ນຄວ້າ ຂອງບາງຂະແໜງການ, ຜູ້ປະກອບການຈາກພາກທຸລະກິດ-ເອກະຊົນ ແລະ ໄດ້ສ້າງຄວາມສົນໃຈ, ຄວາມຮັບຮູ້ ໃຫ້ຜູ້ເຂົ້າຮ່ວມ, ເຂົ້າຊົມ ໂດຍສະເພາະ ແມ່ນບັນດານັກຮຽນ-ນັກສຶກສາ ໄດ້ເປັນຢ່າງດີ.

 

IMG 3165

IMG 3158

IMG 3172

IMG 3180

IMG 3186

IMG 3194

IMG 3196

IMG 3202

IMG 3205

IMG 3248

IMG 3239

IMG 3268

IMG 3274

WhatsApp Image 2025 10 10 at 14.30.38

IMG 3281

IMG 3282

IMG 3283

IMG 3285

IMG 3287

IMG 3288

IMG 3294

IMG 3295

IMG 3296

IMG 3298

IMG 3301

IMG 3303

IMG 3304

IMG 3306

IMG 3308

IMG 3312

IMG 3313

IMG 3315

IMG 3316

IMG 3317

IMG 3318

IMG 3323

IMG 3337

IMG 3327

ຍັງຮູບພາບບາງສ່ວນຈະທະຍອຍອັບເດດລົງຕື່ມໃນມໍ່ໆນີ້

.featured { display: none; }