ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • photos siri 1.jpg
  • photos siri 2.jpg
  • Photos siri 4.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ພິທີເຊັນສັນຍາການຮ່ວມມື ລະຫວ່າງ SIRI & IRD ທີ່ ເມືອງນາກາຍ ແຂວງຄຳມ່ວນ

 

     ຈຸດປະສົງຂອງການຮ່ວມມືກັນຄັ້ງນີ້ແມ່ນ ເພື່ອເປັນການແລກປ່ຽນຂໍ້ມູນຂ່າວສານ, ການຊຸກຍູ້ສົ່ງເສີມ ແລະ ການຕິດຕາມບັນດາກິດຈະກຳຕ່າງໆ ໃນຂົງເຂດວຽກງານການຄົ້ນຄ້ວາ-ວິໄຈ, ການເຝຶກອົບຮົມ, ການໃຫ້ຄຳປຶກສາ ແລະ ສະໜອງຂໍ້ມູນທາງດ້ານວິທະຍາສາດ ທີ່ໄດ້ດຳເນີນຮ່ວມກັນ ລະຫວ່າງ ສອງຝ່າຍ ໃນຂົງເຂດຕ່າງໆເຊັ່ນ: ຊີວະວິທະຍາ, ເຄມີ, ທໍລະນີວິທະຍາ, ວິທະຍາສາດສິ່ງແວດລ້ອມ ແລະ ອື່ນໆ.

    ການລົງນາມໃນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ຝ່າຍກະຊວງສຶກສາທິການ ແລະ ກິລາ, ສປປ ລາວ ຕາງໜ້າໂດຍ ສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ ແມ່ນ ທ່ານ ປອ. ສີພອນ ແສງສຸລິຈັນ, ວ່າການແທນ ຜູ້ອໍານວຍການ ແລະ ສະຖາບັນຄົ້ນຄ້ວາເພື່ອການພັດທະນາ, ປະເທດ ຝຣັ່ງ ຕາງໜ້າໂດຍແມ່ນ ທ່ານ ນາງ ຊາບຣີນາ  ໂລກາເຕລີ ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮອງເຈົ້າແຂວງ ແຂວງຄຳມ່ວນ, ທ່ານ ເຈົ້າເມືອງ ເມືອງນາກາຍ, ທ່ານ ປະທານ ຜູ້ບໍລິຫານ ບໍລິສັດ ໄຟຟ້າ ນໍ້າເທີນ 2 ຈຳກັດ ຊ້ອງໜ້າພະນັກງານທັງສອງຝ່າຍທີ່ເຂົ້າຮ່ວມ; ເຊຶ່ງສັນຍາການຮ່ວມມືກັນດ້ານວິຊາການຄັ້ງນີ້ ມີເວລາທັງໝົດ 05 ປີ.

WhatsApp Image 2024 10 22 at 13.59.19 1

WhatsApp Image 2024 10 22 at 14.00.07

WhatsApp Image 2024 10 22 at 13.59.19

 

 

ພາບ-ຂຽນຂ່າວໂດຍ: ທ. ວົງພະຈັນ  ຈັດຕະວາກຸນ