ສວນ ຈັດເຝິກອົບຮົມ ເຕັກນິກການຂຽນຂ່າວ ແລະ ເຕັກນິກການຖ່າຍພາບ

ສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ (ສວນ), ໄດ້ເປີດເຝິກອົບຮົມ ເຕັກນິກການຂຽນຂ່າວ ແລະ ເຕັກນິກການຖ່າຍພາບ, ໃນລະຫວ່າງວັນທີ່ 14-16 ສິງຫາ 2023, ທີ່ຫ້ອງເຝິກອົບຮົມຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ, ເຊິ່ງໃນການເຝິກອົບຮົມຄັ້ງນີ້ໃຫ້ກຽດເປີດໂດຍ: ທ່ານ ອານຸສິນ ແສງສຸລິນ ຫົວໜ້າສູນພັດທະນາຫຼັກສູດ ແລະ ເຝິກອົບຮົມ ຂອງ ສວນ, ມີນັກວິທະຍາກອນ ທີ່ມິປະສົບການມາຈາກ ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ (ສສວທ) ແລະ ນັກສຳມະນາກອນຈາກ ສວນ, ຫ້ອງການສະພາວິທະຍາສາດແຫ່ງຊາດ ແລະ ກົມຄຸ້ມຄອງວິທະຍາສາດ ເຂົ້າຮ່ວມຈຳນວນ 10 ກ່ວາທ່ານ.