ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • photos siri 1.jpg
  • photos siri 2.jpg
  • Photos siri 4.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ສວນ ຈັດເຝິກອົບຮົມ ເຕັກນິກການຂຽນຂ່າວ ແລະ ເຕັກນິກການຖ່າຍພາບ

         ການຝຶກອົບຮົມຄັ້ງນີ້, ແມ່ນເພື່ອຍົກລະດັບຄວາມຮູ້ຄວາມສາມາດໃນດ້ານເຕັກນິກການຂຽນຂ່າວ ແລະ ເຕັກນິກການຖ່າຍພາບ ໃຫ້ແກ່ພະນັກງານຂອງຂະແໜງວິທະຍາສາດໃຫ້ເຂົ້າໃຈໄດ້ຢ່າງເລິກເຊິ່ງ ກ່ຽວກັບວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ຖືກຕ້ອງຕາມພາລະບົດບາດ ແລະ ທິດທາງນະໂຍບາຍຂອງ ພັກ-ລັດ ໄດ້ຢ່າງຖືກຕ້ອງ.

        ການເຝິກອົບຮົມຄັ້ງນີ້ ນັກສຳມະນາກອນແມ່ນໄດ້ເຝິກ 3 ຫົວຂໍ້ຫຼັກຄື: ເຕັກນິກການຂຽນຂ່າວ; ການນຳໃຊ້ພາສາລາວໃນສື່ມວນຊົນ ແລະ ເຕັກນິກການຖ່າຍພາບ. ຫຼັງຈາກນັ້ນ, ກໍໄດ້ມີການປຶກສາຫາລືແລກປ່ຽນບົດຮຽນປະສົບການເຊິ່ງກັນ ແລະ ກັນ. ການເຝິກອົບຮົມຄັ້ງນີ້ແມ່ນໄດ້ດຳເນີນໄປເປັນເວລາ 3 ວັນ ເຕັມດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ ແລະ ປິດລົງຢ່າງຈົບງາມ.

 

ຂຽນຂ່າວໂດຍ: ກຸ່ມ 2

ທ້າວ ພອນສະຫວັນ ສຸວັນນະວົງ

ທ້າວ ບຸນອ້ອມ ຈັນທະວົງສີ

ນາງ ແຕງອ່ອນ ຈັນໜອງຊ່ວງ

ພາບໂດຍ: ກຸ່ມ 2 ແລະ

ນາງ ສຸລິນາ ຊ່າງພາບສະຕໍເບີຣີ