ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • photos siri 1.jpg
  • photos siri 2.jpg
  • Photos siri 4.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ປະທານປະເທດ ລົງພົບປະ-ໂອ້ລົມ ນັກວິທະຍາສາດໃນໂອກາດສະເຫຼີມ-ສະຫຼອງ ວັນວິທະຍາສາດແຫ່ງຊາດ ຄົບຮອບ 36 ປີ

       ໃນທີ່ປະຊຸມ, ທ່ານ ຮສ. ປອ. ພຸດ ສິມມາລາວົງ ໄດ້ຂຶ້ນລາຍງານເນື່ອງໃນ ພິທີສະເຫຼີມ-ສະຫຼອງ ວັນວິທະຍາສາດແຫ່ງຊາດ ເຊິ່ງທ່ານກ່າວວ່າ: ເນື່ອງໃນໂອກາດສະເຫຼີມ-ສະຫຼອງ ວັນວິທະຍາສາດແຫ່ງຊາດປີນີ້ ຂ້າພະເຈົ້າຂໍສະແດງຄວາມຮູູ້ບຸນຄຸນຢ່າງສູງມາຍັງ ບັນດາທ່ານຜູູ້ນໍາ ພັກ-ລັດ, ບັນດານັກປະຕິວັດ ແລະ ນັກວິທະຍາສາດ ອາວຸໂສ ທີ່ຍາມໃດກໍໍໄດ້ໃຫ້ຄວາມສໍາຄັນ, ເອົາໃຈໃສ່ ນໍາພາ-ຊີ້ນໍາ ແລະ ຊຸກຍູູ້ສົ່ງເສີມການຄົ້ນຄວ້າ-ພັດທະນາ ແລະ ການນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອພັດທະນາປະເທດເຮົາ ໃຫ້ມີການຂະຫຍາຍຕົວຢ່າງຕໍໍ່ເນື່ອງຕະຫຼອດມາ. ຜົນຈາກການພັດທະນາວຽກງານວິທະຍາສາດໃນໄລຍະຜ່ານມາເຫັນວ່າ ໄດ້ຮັບໝາກຜົນ ໃນຫຼາຍດ້ານດັ່ງນີ້: (1) ໄດ້ສ້າງ ແລະ ປັບປຸງລະບົບການຄຸູ້ມຄອງ ການຄົ້ນຄວ້າວິທະຍາສາດ ໃຫ້ມີຄວາມເຂັັ້ມແຂງຂຶ້ນ, (2) ກໍໍ່ສ້າງນັກຄົ້ນຄວ້າ, ນັກວິທະຍາສາດ ທີເປັນມືອາຊີບໄດ້ຈໍານວນໜຶື່ງ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງວຽກງານຄົ້ນຄວ້າວິທະຍາສາດໃ ນໄລຍະໃໝ່; (3) ໄດ້ຕອບສະໜອງ ສິ່ງອໍານວຍຄວາມສະດວກທີ່ຈໍາເປັນແກ່ການຄົ້ນຄວ້າວິທະຍາສາດ ເຊັັ່ນ: ພື້ນຖານໂຄງລ່າງ, ສ້າງຫ້ອງທົດລອງທີ່ທັນສະໄໝ, ສ້າງສູນຂໍໍ້ມູນເອເລັກໂຕຼນິກ, ເຄື່ອງທົດລອງ; (4) ສ້າງ ຄວາມເຂັັ້ມແຂງໃຫ້ວຽກງານໃຫ້ການບໍລິການວິທະຍາສາດ ແລະ ເຕັກໂນໂລຊີແກ່ສັງຄົມ, ໂຄສະນາເຜີຍແຜ່ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີໃຫ້ສັງຄົມຮັບຮູູ້ ແລະປະກອບສ່ວນເຂົ້າ ໃນວຽກງານດັັ່ງກ່າວ; (5) ໄດ້ຂະຫຍາຍການພົວພັນ ແລະ ຮ່ວມມື ທາງດ້ານວິທະຍາສາດ ແລະ  ເຕັກໂນໂລຊີ ກັບພາກອຸດສະຫະກໍາ ແລະ ສາກົນໂດຍຜ່ານຂອບການຮ່ວມມື ສອງຝ່າຍ ແລະ ຫຼາຍຝ່າຍ ຊຶື່ງນັບມື້ນັບກວ້າງຂວາງອອກ, ແລະ (6) ໄດ້ມີຜົນການຄົ້ນຄວ້າຈໍານວນໜຶື່ງເພື່ອ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມຂອງຊາດພວກເຮົາ.

5

       ໃນໂອກາດສໍາຄັນນີ້ ພິປະຊຸມ ໄດ້ຮັບຟັງການໂອ້ລົມ ຂອງ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ; ເຊິ່ງທ່ານໄດ້ກ່າວເຖິງຄວາມໝາຍ-ຄວາມສຳຄັນ ຂອງການຄົ້ນຄວ້າວິທະຍາສາດ ແລະໄດ້ກ່າວເນັ້ນ ເພື່ອເປັນທິດທາງ ແລະຂໍ້ຄິດໃຫ້ແກ່ການພັດທະນາວຽກງານການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກຳ ເຊິ່ງທ່ານກ່າວບາງຕອນວ່າ: ໜຶ່ງ: ເອົາໃຈໃສ່ສ້າງເວທີ ເພື່ອແລກປ່ຽນຄຳຕິດເຫັນ, ແລກປ່ຽນຜົນງານການຄົ້ນຄວ້າ, ການສ້າງເຄື່ອຂ່າຍນັກຄົ້ນຄວ້າ; ສອງ: ໃຫ່ນັກຄົ້ນຄວ້າ ແລະບູກຄະລາກອນທາງດ້ານວິທະຍາສາດ ແລະເຕັກໂນໂລຊີ ຈົ່ງຍົກສູງສະຕິຊາດ. ເປັນເຈົ້າຕົນເອງ, ມີຄວາມອົດທົນເສຍສະຫຼະ ແລະມີຄວາມຮັບຜິດຊອບສູງ ເປັນແບບຢ່າງໃຫ້ແກ່ອະນຸຊົນຄົນຮູ່ນຫຼັງ, ເຮັດການຄົ້ນຄວ້າໃຫ້ເປັນມູນເຊື້ອ, ເປັນການເປີດກວ້າງສະຕິປັນຍາ, ພູມປັນຍາທາງວັດທະນະທຳໜື່ງຂອງຊາດ; ສາມ: ສືບຕໍ່ພັດທະນາຊັບພະຍາກອນມະນຸດໃນຖັນແຖວນັກຄົ້ນຄວ້າ, ນັກຮຽນຮູ້-ປັນຍາຊົນ; ສີ່: ຕັ້ງໜ້າຜັນຂະຫຍາຍຜົນສຳເລັດຂອງການປະຕິຮູບການສຶກສາແຫ່ງຊາດສູ່ລວງເລິກ; ຫ້າ: ຜູ້ບໍລິຫານການສຶກສາ, ສະຖາບັນຄົ້ນຄວ້າ ຕ້ອງສຶກສາ ແລະກຳແໜ້ນແນວທາງ, ນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ແລະຫັນເປັນຍຸດທະສາດ, ເປັນໂຄງການ ແລະເປັນແຜນດຳເນີນງານ ແລະຫົວຂໍ້ຄົ້ນຄວ້າຂອງຕົນ; ຫົກ: ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ຫົວໜ່ວຍການຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຊີ ຢູ່ມະຫາວິທະຍາໄລ ແລະສະຖາບັນຄົ້ນຄວ້າຕ່າງໆດ້ວຍການປະກອບບຸກຄະລາກອນ, ພື້ນຖານໂຄງລ່າງ, ເຄື່ອງມືຮັບໃຊ້ ແລະທຶນຮອນ; ເຈັດ: ສືບຕໍ່ດຳເນີນການສ້າງໃໝ່ ແລະປັບປຸງນິຕິກຳ ເພື່ອຄຸ້ມຄອງວຽກງານວິທະຍາສາດ ແລະເຕັກໂນໂລຊີເປັນຕົ້ນ; ແປດ: ບຳລຸງ ແລະກໍ່ສ້າງນັກວິທະຍາສາດໃນຂົງເຂດ ແລະຂະແໜງການຕ່າງໆໃນອັດຕາສ່ວນທີ່ເໜາະສົມ, ສ້າງນັກວິທະຍາສາດ ແລະບຸກຄະລາກອນດ້ານວິທະຍາສາດໄປຄຽງຄູ່ກັນ; ໃນນັ້ນ ໃຫ້ເນັ້ນສ້າງບຸກຄະລາກອນວິທະຍາສາດໃນຂະແໜງການ ທີ່ສາມາດນຳໄປສູ່ການຜະລິດໂດຍກົງໄດ້ໃຫ້ຫຼາຍຂຶ້ນ;  ເກົ້າ: ສ້າງຄວາມເຂັ້ມແຂງ ແລະຄຸນະພາບຂອງວຽກງານໂດຍສະເພາະດ້ານບຸກຄະລາກອນ; ສິບ: ການຄົ້ນຄວ້າວິທະຍາສາດຕ້ອງດຳເນີນໄປ 3 ຮູບແບບຄື: ການຄົ້ນຄວ້າວິທະຍາສາດພື້ນຖານ, ການຄົ້ນຄວ້າຄວບຄູ່ກັນເປັນທັງວິທະຍາສາດພື້ນຖານ ແລະນຳໃຊ້ ແລະການຄົ້ນຄວ້ານຳໃຊ້; ສິບເອັດ: ນຳໃຊ້ກອງທຶນພັດທະນາວິທະຍາສາດດ້ວຍຄວາມຮັບຜິດຊອບສູງ, ໂປ່ງໃສ, ນຳໃຊ້ໃຫ້ສອດຄ່ອງກັບໂຄງການທີ່ຄົ້ນຄວ້າເປັນບູລິມະສິດແທ້ໆ ແລະ ສິບສອງ: ສືບຕໍ່ເພີ່ມທະວີການຮ່ວມມື ກັບປະເທດເພື່ອນມິດຍຸດທະສາດ, ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງທຶນຮອນ ແລະການຮ່ວມມືດ້ານເຕັກນິກສະໜອງໃຫ້ແກ່ການຄົ້ນຄວ້າ ແລະສ້າງເປັນນະວັດຕະກຳພາຍໃນປະເທດ.

4

        ຈາກນັ້ນ ພະນະທ່ານ ທອງລຸນ ສີສຸລິດ ແລະ ການນໍາກະຊວງສຶກສາທິການ ແລະກີລາ, ຄະນະນໍາ ມຊ ພ້ອມດ້ວຍແຂກ ຍັງໄດ້ຊົມບູດວາງສະແດງຜົນງານການຄົ້ນຄວ້າວິທະຍາສາດ ແລະນະວັດຕະກຳຈາກ ຄະນະວິຊາ, ສະຖາບັນ, ກົມກອງທີ່ກ່ຽວຂ້ອງ ແລະອື່ນໆຈຳນວນ 24 ພາກສ່ວນ