ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • photos siri 1.jpg
  • photos siri 2.jpg
  • Photos siri 4.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ສໍາເລັດກອງປະຊຸມສໍາມະນາເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ທີ່ພະແນກສຶກສາທິການ ແລະ ກິລາ ແຂວງຈໍາປາສັກ

              ກອງປະຊຸມສໍາມະນາຄັ້ງນີ້ ມີ02ຈຸດປະສົງຫຼັກ ນໍາສະເໜີ ໜຶ່ງ, ການພັດທະນາວຽກງານແລະເຜີຍແຜ່ບາງຜົນງານການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ຂອງ ສະຖາບັນ ໄລຍະຜ່ານມາເຊິ່ງມີທັງໝົດ 05 ຫົວຂໍ້ ແລະ ສອງ, ແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບການເຄື່ອນໄຫວວຽກງານວິທະຍາສາດ ກໍ່ຄື ວຽກງານການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ຢູ່ສູນກາງ, ຢູ່ທ້ອງຖິ່ນ ລວມທັງ ຢູ່ມະຫາວິທະຍາໄລ-ວິທະຍາໄລ, ພາກເອກະຊົນ.

Champasak02   

Champasak3

                ກອງປະຊຸມສໍາມະນາ ຍັງໄດ້ຍົກບາງບັນຫາ ສົນທະນາ ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນໃນນັ້ນ ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຮັບຮູ້, ເຂົ້າໃຈຕໍ່ວຽກງານ ຂອງສະຖາບັນຫຼາຍຂຶ້ນຕື່ມ; ເຫັນໄດ້ຄວາມໝາຍສໍາຄັນຂອງການຄົ້ນຄວ້າວິທະຍາສາດ ຕໍ່ກັບ ການພັດທະນາ ແລະ ເຫັນດີ,ຊົມເຊີຍຕໍ່ຜົນງານການຄົ້ນຄວ້າວິທະຍາສາດ ກໍ່ຄື ການເຄື່ອນໄຫວວຽກງານວິທະຍາສາດຂອງ ສະຖາບັນ ທີ່ດໍາເນີນການຄົ້ນຄວ້າ, ໄດ້ມີບາງຜົນງານໃນໄລຍະຜ່ານມາ ແລະ ສະແດງຄວາມພາກພູມໃຈຕໍ່ຄວາມເອົາໃຈຂອງ ສະຖາບັນ ທີ່ໄດ້ລົງແຂວງ ເຜີຍແຜ່ວຽກງານ ແລະ ຜົນງານການຄົ້ນຄວ້າວິທະຍາສາດ; ຜ່ານການສົນທະນາ ແລກ ປ່ຽນຄໍາຄິດເຫັນ ຜູ້ເຂົ້າຮ່ວມກອງປະຊຸມ ເຫັນວ່າ ຄວນຍົກສູງການປູກຈິດສໍານຶກໃຫ້ຄົນໃນສັງຄົມຮັບຮູ້ເຖິງບົດບາດ, ຄວາມໝາຍສໍາຄັນ ຂອງວຽກງານວິທະຍາສາດຢ່າງກ້ວາງຂວາງ ໂດຍລິເລີ່ມຕັ້ງແຕ່ຫົວທີ ເຊິ່ງຈຸດເລີ້ມ ແມ່ນແຕ່ຂັ້ນອະນຸບານຂຶ້ນໄປ ເພື່ອເຮັດໃຫ້ໄວໜຸ່ມ ຮຸ້ນສືບທອດ ແລະ ມີຜູ້ສົນໃຈຢາກຮຽນກ່ຽວກັບວິທະຍາສາດທໍາຊາດຫຼາຍຂຶ້ນ; ສໍາລັບການເຄື່ອນໄຫວວຽກງານເຫັນຄວນວ່າ ການສ້າງນັກວິທະຍາສາດ, ນັກຄົ້ນຄວ້າຈະຕ້ອງສ້າງເປັນລະບົບ, ມີຍຸດທະສາດ ຈະແຈ້ງ-ແຜນລະອຽດ ເຊິ່ງເລີ່ມສ້າງຕັ້ງແຕ່ໄວເດັກ ພ້ອມນັ້ນ ຄວນໄດ້ມີນະໂຍບາຍ ແລະ ງົບປະງານ ທີ່ເໝາະສົມ ແລະ ແຫຼ່ງທຶນສະເພາະ...ຄຽງຄູ່ກັບ ສ້າງ ເງື່ອນໄຂອໍານວຍທາງດ້ານນິຕິກໍາ ເພື່ອສ້າງແຮງຈູງໃຈໃຫ້ແກ່ນັກວິທະຍາສາດ, ນັກຄົ້ນຄວ້າໃຫ້ຫຼາຍຂຶ້ນ;ເຫັນຄວນ ເພີ້ມທະວີ ການສ້າງເຄືອຂ່າຍການຄົ້ນຄວ້າ-ວຽກງານປະສານສົມທົບຢ່າງກົມກຽວ, ມີການແບ່ງປັນ ແລະ ຮ່ວມນໍາໃຊ້ ກ່ຽວກັບ ຫ້ອງທົດລອງ-ວິໄຈ, ຖານຂໍ້ມູນວິທະຍາສາດ ໂດຍຈະຕ້ອງເຊື່ອມໂຍງແຕ່ລະຖານຂໍ້ມູນເຂົ້າຫາກັນ ເພື່ອເຮັດໃຫ້ນັກວິທະຍາສາດ, ນັກຄົ້ນຄວ້າ ສາມາດເຂົ້າເຖິງຂໍ້ມູນ;ວຽກງານໂຄສະນາ ເຜີຍແຜ່ ໃຫ້ກວ້າງຂວາງກວ່າ, ຄວນສ້າງກິດຈະກໍາທີ່ເປັນການສົ່ງເສີມນັກວິທະຍາສາດ, ນັກຄົ້ນຄວ້າ ເປັນຕົ້ນຈັດການແຂ່ງຂັນການປະດິດສ້າງທາງວິທະຍາສາດ-ຜົນງານການຄົ້ນຄວ້າວິທະຍາສາດ, ການວາງສະແດງຜົນງານການຄົ້ນຄວ້າ.

           ໃນຕອນທ້າຍ, ທ່ານ ປອ. ສີພອນ ແສງສຸລິຈັນ, ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ມາຍັງບັນດານັກສໍາມະນາກອນ, ຜູ້ເຂົ້າຮ່ວມກອງປະຊຸມທຸກທ່ານ ທີ່ໄດ້ເອົາໃຈໃສ່, ສົນທະນາ, ແລະປ່ຽນບົດຮຽນ ດ້ວຍຄວາມຈິງໃຈ ແລະ ເສຍລະຫຼະເວລາອັນມີຄ່າ ເຂົ້າຮ່ວມກອງປະຊຸມສໍາມະນາໃນຄັ້ງ ໄດ້ບັນລຸຕາມຈຸດປະສົງ ຄາດໝາຍ ແລະ ຍັງໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງວຽກງານດັ່ງກ່າວ ຕໍ່ກັບ ການພັດທະນາ.

                 ກອງປະຊຸມໄດ້ດໍາເນີນໄປເປັນເວລາ 01 ວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນເວລາ 16:00 ຂອງວັນດຽວກັນ.