ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • photos siri 1.jpg
  • photos siri 2.jpg
  • Photos siri 4.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ສວນ ເປີດຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນຂະແໜງ ສສກ ປະຈຳສົກປີ 2024-2025.

 

    ໃນພິທີດັ່ງກ່າວ ໃຫ້ກຽດເປັນປະທານ ຂອງ ທ່ານ ປອ ສີພອນ ແສງສຸລິຈັນ ວ່າການແທນຜູ້ອຳນວຍການສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ ​ແລະ  ນະວັດຕະກຳ ພ້ອມດ້ວຍ ຄະນະອໍານວຍການ ແລະ ພະນັກງານ-ລັດຖະກອນ ພາຍໃນ ສວນ ​ເຂົ້າ​ຮ່ວມທັງໝົດ 22 ທ່ານ, ຍິງ 10 ທ່ານ.

    ຈຸດປະສົງ ຂອງການເປີດຂະບວນການໃນຄັ້ງນີ້ ແມ່ນສ້າງຂະບວນການແຂ່ງຂັນ ຂອງ ບັນດາສູນ-ພະແນກ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ; ເນື້ອໃນຕົ້ນຕໍ ຂອງ ການເປີດຂະບວນການ ມີຄື:

  1. ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບແຂ່ງຂັນສ້າງຂະບວນການ;
  2. ເຜີຍແຜ່ເນື້ອໃນຂໍ້ແຂ່ງຂັນ;
  3. ຜ່ານແຜນຂໍ້ແຂ່ງຂັນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນຂະແໜງ ສສກ ປີ 2024-2025.

    ໃນຕອນທ້າຍ ຂອງພິທີ ເພື່ອສະແດງເຖິງຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຕາງໜ້າຄະນະອໍານວຍການ, ບັນດາສູນ-ພະແນກ ແລະ 03 ອົງການຈັດຕັ້ງມະຫາຊົນ ໄດ້ພ້ອມກັນຈັບມື ໃຫ້ຄໍາໝັ້ນສັນຍາຮ່ວມກັນປະຕິບັດໃຫ້ມີປະສິດທິພາບຕົວຈິງ.

WhatsApp Image 2024 07 05 at 11.28.11

WhatsApp Image 2024 07 05 at 11.28.11 1

ພິທີດັ່ງກ່າວໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ.