ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • photos siri 1.jpg
  • photos siri 2.jpg
  • Photos siri 4.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ສາມພາກສ່ວນຂະແໜງຍ່ອຍວິທະຍາສາດ, ກະຊວງສຶກສາທິການ ແລະ ກິລາ ໄດ້ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງລາວ 20 ກໍລະກົດ 2024 ຄົບຮອບ 69 ປີ.

 

     ທ່ານ ປອ. ສຸລິອຸດົງ ສຸນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ແຂກຖືກເຊີນຈາກຫ້ອງການ ສສກ, ກົມຈັດຕັ້ງ ແລະ ພະນັກງານ, ກົມການສຶກສາຊັ້ນສູງ, ກຳມະການສະພາບໍລິຫານກອງທຶນ, ພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ, ຄະນະບໍລິຫານງານຊາວໜຸ່ມສຳນັກ ສສກ, ຄະນະບໍລິຫານງານສະຫະພັນກຳມະບານ ສສກ, ສູນພັດທະນາຜູ້ປະກອບກິດຈະການລາວ-ອິນເດຍ ແລະ ພະນັກງານສາມພາກສ່ວນຂະແໜງຍ່ອຍວິທະຍາສາດເຂົ້າຮ່ວມຢ່າງພ້ອມພຽງ. ມີຜູ້ເຂົ້າຮ່ວມທັງໝົດ 74 ຄົນ. ພ້ອມນັ້ນຍັງໄດ້ຮັບການຕ້ອນຮັບຈາກ ທ່ານ ພູວົງ ສຸ້ຍຍະວົງ ປະທານມູນນິທິສົ່ງເສີມການຮຽນຮູ້ວິທະຍາສາດ ແລະ ພຶກສາສາດ ເຈົ້າຂອງສວນວິທະຍາສາດ ແລະ ພຶກສາສາດ, ເຊິ່ງຈຸດປະສົງໃນການຈັດກິດຈະກຳໃນຄັ້ງນີ້ແມ່ນເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງລາວ 20 /07/ 2024 ຄົບຮອບ 69 ປີ.

WhatsApp Image 2024 07 19 at 11.26.24

     ເຊິ່ງກິດຈະກຳໃນຄັ້ງນີ້ ບັນດາຜູ້ເຂົ້າຮ່ວມທັງໝົດໄດ້ເຂົ້າຮັບຊົມວິດີໂອ ທ້ອງຟ້າຈຳລອງ  (ດາລາສາດ), ທ່ຽວຊົມສວນ ແລະ ຖ່າຍຮູບລວມຢູ່ໜ້າປະຕູໂຂງ ແລະ ຮ່ວມຮັບປະທານອາຫານທ່ຽງ (ພາເຂົ້າສາມັກຄີ), ກ່ອນຮັບປະທານອາຫານທ່ຽງ ທ່ານ ປອ. ສຸລິອຸດົງ ສຸນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳ ໃນວຽກງານວິທະຍາສາດ ຕໍ່ການພັດທະນາເສດຖະກິດສັງຄົມ ແລະ ຜູ້ເຂົ້າຮ່ວມທັງໝົດກໍ່ໄດ້ມີໂອກາດໂອ້ລົມແລກປ່ຽນບົດຮຽນ, ແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນ ຢ່າງເປັນຂະບວນການຟົດຟື້ນ.

WhatsApp Image 2024 07 23 at 16.22.30

 

WhatsApp Image 2024 07 19 at 11.26.26 1

WhatsApp Image 2024 07 23 at 16.22.19

 

ຫຼັງຈາກນັ້ນ, ເວລາ 16:00 ນາທີ ກິດຈະກຳດັ່ງກ່າວກໍ່ໄດ້ສິ້ນສຸດລົງ ແລະ ຂະບວນກໍ່ໄດ້ພາກັນເດີນທາງກັບຄືນສູ່ນະຄອນຫຼວງວຽງຈັນ.