ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • 1P.png
  • 2P.png
  • 3P.png
  • 4P.png
  • 5P.png
  • 6P.png
  • IMG_3048.jpg
  • IMG_3062.jpg
  • IMG_3068.jpg
  • photos siri 1.jpg
  • photos siri 2.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ສູນຂໍ້ມູນຂ່າວສານ ແລະ ຫໍສະໝຸດ, ສວນ ເປີດກອງປະຊຸມສະຫຼຸບວຽກງານຂອງສູນ ປະຈຳປີ 2024 ແລະ ວາງແຜນການປະຕິບັດວຽກງານໃນປີ 2025.

     ໃນຕອນເຊົ້າຂອງວັນທີ 23 ມັງກອນ 2025, ສູນຂໍ້ມູນຂ່າວສານ ແລະ ຫໍສະໝຸດ (ສຂຫ) ໄດ້ເປີດ ກອງປະຊຸມສະຫຼຸບວຽກງານຂອງສູນ ປະຈຳປີ 2024 ແລະ ວາງແຜນການປະຕິບັດວຽກງານໃນປີ 2025.ທີ່ ຫ້ອງປະຊຸມ ຂອງສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ.

     ໃນພິທີດັ່ງກ່າວ ໃຫ້ກຽດເປັນປະທານ ຂອງ ທ່ານ ປອ ສີພອນ ແສງສຸລິຈັນ ວ່າການແທນຜູ້ອຳນວຍການສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ ​ແລະ  ນະວັດຕະກໍາ ພ້ອມດ້ວຍ ຄະນະອໍານວຍການ, ບັນດາຫົວໜ້າສູນ, ຄະນະສູນ, ຫົວໜ້າພະແນກ ແລະ ພະນັກງານວິຊາການ ພາຍໃນ ສຂຫ ​ເຂົ້າ​ຮ່ວມທັງໝົດ 13 ທ່ານ, ຍິງ 03 ທ່ານ.

WhatsApp Image 2025 01 23 at 09.45.02

     ຈຸດປະສົງ ຂອງການເປີດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບຜົນງານທີ່ສູນຂໍ້ມູນຂ່າວສານ ແລະ ຫໍສະໝຸດສາມາດປະຕິບັດໄດ້, ປຶກສາຫາລືປັບປຸງບັນຫາທີ່ຍັງຄົງຄ້າງ ແລະ ຮ່ວມກັນວາງແຜນການຕໍ່ໜ້າປະຈຳປີ 2025 ເຊິ່ງມີຫົວຂໍ້ຫຼັກໆຄື:

Featured

ສໍາເລັດກອງປະຊຸມສໍາມະນາເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ທີ່ພະແນກສຶກສາທິການ ແລະ ກິລາ, ແຂວງ ສະຫວັນນະເຂດ

               ໃນລະຫວ່າງ ວັນທີ 26-28 ພະຈິກ 2024 ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ (ສວນ) ໄດ້ລົງໄປເຄື່ອນໄຫວວຽກງານຮ່ວມກັບ ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ແລະ ຈັດກອງປະຊຸມສໍາມະນາເຜີຍແຜ່ວຽກງານ ກໍ່ຄື ຜົນງານການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ  ໂດຍເປັນປະທານຮ່ວມ ຂອງ ທ່ານ ປອ. ສີພອນ ແສງສຸລິຈັນ, ວ່າການແທນຜູ້ອໍານວຍການ ສວນ, ສສກ ແລະ ທ່ານ ປອ. ສຸກສົມພອນ ອະໂນໄທ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ສະຫວັນນະເຂດ, ມີຜູ້ເຂົ້າຮ່ວມກອງປະຊຸມທີ່ມາຈາກບັນດາມະຫາວິທະຍາໄລ, ວິທະຍາໄລ ພາກລັດ ແລະ ເອກະຊົນ ແລະ ພະນັກງານ-ລັດຖະກອນ ຂອງ ພະແນກສຶກສາທິການ ແລະ ກິລາ ແຂວງ ທັງໝົດ 27 ທ່ານ.

SVN 01

        ກອງປະຊຸມສໍາມະນາຄັ້ງນີ້ ມີ 02 ຈຸດປະສົງຫຼັກ ນໍາສະເໜີ ໜຶ່ງ, ການພັດທະນາວຽກງານ ແລະ ເຜີຍແຜ່ບາງຜົນງານການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ຂອງ ສະຖາບັນ ໄລຍະຜ່ານມາ ເຊິ່ງມີທັງໝົດ 04 ຫົວຂໍ້ ແລະ ສອງ, ແລກປ່ຽນຂໍ້ມູນຂ່າວສານ ແລະ ຖອດຖອນບົດຮຽນ ກ່ຽວກັບການເຄື່ອນໄຫວວຽກງານວິທະຍາສາດ ກໍ່ຄື ວຽກງານການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ຢູ່ສູນກາງ, ຢູ່ທ້ອງຖິ່ນ ລວມທັງ ຢູ່ມະຫາວິທະຍາໄລ-ວິທະຍາໄລ ພາກລັດ ແລະ ເອກະຊົນ.

Featured

ສວນ ຮ່ວມຈັດພິທີສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ (12 ຕຸລາ) ຄົບຮອບ 37 ປີ ແລະ ວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 28 ປີ

      ໃນຄັ້ງວັນທີ 5-6 ພະຈິກ 2024 ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ຈັດພິທີສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ (12 ຕຸລາ) ຄົບຮອບ 37 ປີ ແລະ ວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 28 ປີ ທີ່ສະໂມສອນໃຫຍ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ໂດຍໃຫ້ກຽດເປັນປະທານໃນພິທີເປີດຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ,

1

     ມີທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສືື່ສານ, ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຮສ.ປອ ເດຊານຸລາດ ແສນດວງເດດ ວ່າການແທນ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍບັນດາຫົວໜ້າກົມ, ຫົວໜ້າຫ້ອງການ, ຄະນະອະທິການບໍດີ, ຄະນະບໍດີ, ຜູ້ຕາງໜ້າອົງການໄຈກາ ປະຈໍາ ສປປ ລາວ, ຜູ້ອໍານວຍການສະຖາບັນ, ສູນ, ຜູູ້ບໍລິຫານການສຶກສາທຸກຂັັ້ນ, ນັກຄົ້ນຄວ້າ, ຄູອາຈານ, ນັກຮຽນຮູູ້, ຄະນະນໍາຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮ່ວມຢ່າງຫຼວງຫຼາຍ.

Featured

ກອງປະຊຸມສຳມະນາອົບຮົມ ໃນຫົວຂໍ້ “ສົ່ງເສີມການຖ່າຍທອດເຕັກໂນໂລຊີ ແລະ ການຫັນເຕັກໂນໂລຊີເປັນການຄ້າ”

     ໃນ​​ວັນ​ທີ 05 ພະຈິກ 2024, ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ ​ແລະ ນະ​ວັດຕະ​ກຳ, ກະຊວງ​ສຶກສາ​ທິການ ​ແລະ ກິລາ ຮ່ວມກັບ ສູນ​ສົ່ງ​ເສີມ ​ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ, ກະຊວງ​ເຕັກ​ໂນ​ໂລ​ຊີ ແລະ ການ​ສື່ສານ ​ໄດ້​ຈັດ​ກອງ​ປະຊຸມສຳ​ມະ​ນາອົບຮົມ ​ໃນ​ຫົວ​ຂໍ້ ສົ່ງ​ເສີມ​ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ ​​ແລະ ການ​ຫັນ​ເຕັກ​ໂນ​ໂລ​ຊີ​ເປັນ​ການ​ຄ້າ"  ເຊິ່ງຈັດຂຶ້ນທີ່ ​ສູນ​ສົ່ງ​ເສີມ ​ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ, ກະຊວງເຕັກ​ໂນ​ໂລ​ຊີ ແລະ ການ​ສື່ສານ (ຫຼັກ 14).

WhatsApp Image 2024 11 05 at 17.26.57

     ໂດຍການ​ເປັນ​ປະທານຮ່ວມ ຂອງ​ ທ່ານ ອ່ອນ​ຕາ ສຸລິນທອນ, ຮອງ​ຜູ້ອຳນວຍການ​ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ ​ແລະ ນະ​ວັດຕະ​ກຳ, ກະຊວງ​ສຶກສາ​ທິການ ​ແລະ ກິລາ ແລະ ທ່ານ ນ. ​ເກສອນ ສຸ​ລິ​ວົງ, ຫົວໜ້າສູນ​ສົ່ງ​ເສີມ ​ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ, ກະຊວງເຕັກ​ໂນ​ໂລ​ຊີ ແລະ ການ​ສື່ສານ ​ແລະ ໃຫ້ກຽດໃຫ້ການຂຶ້ນບັນຍາຍ​ ໂດຍ ​ສຈ. ປອ. SUH Sang-Hyuk (ຊ່ຽວຊານຈາກ​ ສ. ເກົາຫຼີ) ​ແລະ ຜູ້​ເຂົ້າ​ຮ່ວມຈາກໜ່ວຍງານພາກລັດທີ່​ກ່ຽວຂ້ອງ ​ແລະ ຜູ້​ປະກອບ​ການທຸລະ​ກິດ​ສະ​ຕາດ​ອັບ ​ທັງໝົດ 43 ທ່ານ.

Featured

ສວນ ສ້າງຂະບວນການແຂ່ງຂັນກິລາບານເຕະ ເພື່ອຊົມເຊີຍວັນຄູແຫ່ງຊາດ ຄົບຮອບ 30 ປີ ແລະ ເພື່ອຂຳ່ນັບຮັບຕ້ອນກອງປະຊຸມໄຫຍ່ 3 ຂັ້ນຂອງຕົນ.

WhatsApp Image 2024 10 14 at 09.39.01

     ໃນວັນທີ 8 ຕຸລາ 2024 ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ກະຊວງສຶກສາທິການ ແລະ ກິລາ ແລະ ກົມຈັດຕັ້ງ ແລະ ພະນັກງານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສ້າງຂະບວນການແຂ່ງຂັນກິລາບານເຕະ ຢູ່ທີເດີ່ນບານເຕະເທບປັນຍາ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໄຫຍ່ 3 ຂັ້ນຂອງຕົນ ແລະ ຊົມເຊີຍວັນຄູແຫ່ງຊາດ ຄົບຮອບ 30 ປີ.

.featured { display: none; }