ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • 1P.png
  • 2P.png
  • 3P.png
  • 4P.png
  • IMG_3048.jpg
  • IMG_3062.jpg
  • IMG_3068.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
Featured

ສວນ ສ້າງຂະບວນການແຂ່ງຂັນກິລາບານເຕະ ເພື່ອຊົມເຊີຍວັນຄູແຫ່ງຊາດ ຄົບຮອບ 30 ປີ ແລະ ເພື່ອຂຳ່ນັບຮັບຕ້ອນກອງປະຊຸມໄຫຍ່ 3 ຂັ້ນຂອງຕົນ.

WhatsApp Image 2024 10 14 at 09.39.01

     ໃນວັນທີ 8 ຕຸລາ 2024 ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ກະຊວງສຶກສາທິການ ແລະ ກິລາ ແລະ ກົມຈັດຕັ້ງ ແລະ ພະນັກງານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສ້າງຂະບວນການແຂ່ງຂັນກິລາບານເຕະ ຢູ່ທີເດີ່ນບານເຕະເທບປັນຍາ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໄຫຍ່ 3 ຂັ້ນຂອງຕົນ ແລະ ຊົມເຊີຍວັນຄູແຫ່ງຊາດ ຄົບຮອບ 30 ປີ.

Featured

ສໍາເລັດກອງປະຊຸມ ວິຊາການໃນການສ້າງ ແລະ ພັດທະນາ E-Book

ໃນຕອນເຊົ້າຂອງວັນທີ 30 ສິງຫາ 2024 ເວລາ 09:00, ສູນຂໍ້ມູນຂ່າວສານ ແລະ ຫໍສະໝຸດ ໄດ້ຈັດກອງປະຊຸມ ວິຊາການໃນການສ້າງ ແລະ ພັດທະນາ E-Book ຢູ່ທີ່ຫ້ອງປະຊຸມ ສວນ;

ໃນພິທີດັ່ງກ່າວ ໃຫ້ກຽດເປັນປະທານ ຂອງ ທ່ານ ປອ ສີພອນ ແສງສຸລິຈັນ ວ່າການແທນຜູ້ອຳນວຍການສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ ​ແລະ ນະວັດຕະກຳ ພ້ອມດ້ວຍ ຄະນະອໍານວຍການ, ຄະນະພະແນກ, ຄະນະສູນ, ອາຈານ ແລະ ນັກສຶກສາ ຈາກພາກວິຊາວິທະຍາສາດຄອມພິວເຕີ, ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ​ເຂົ້າ​ຮ່ວມ.

WhatsApp Image 2024 08 30 at 12.11.52

Featured

ສວນ ຈັດກອງປະຊຸມສຳມະນາ ການຖ່າຍທອດເຕັກໂນໂລຊີ ແລະ ການຫັນເຕັກໂນໂລຊີເປັນການຄ້າ (Technology Transfer & Commercialization)

     ວັນທີ 01 ສິງຫາ 2024, ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ (ສວນ) ໄດ້ເປີດກອງປະຊຸມສຳມະນາ ໃນຫົວຂໍ້ການຖ່າຍທອດເຕັກໂນໂລຊີ ແລະ ການຫັນເຕັກໂນໂລຊີເປັນການຄ້າ ທີ່ ຫ້ອງປະຊຸມ ຂອງສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ.

WhatsApp Image 2024 08 01 at 10.21.47

     ໃນພິທີດັ່ງກ່າວ ໃຫ້ກຽດເປັນປະທານ ຂອງ ທ່ານ ປອ ສີພອນ ແສງສຸລິຈັນ ວ່າການແທນຜູ້ອຳນວຍການສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ ​ແລະ  ນະວັດຕະກຳ ພ້ອມດ້ວຍ ທ່ານ Prof. Dr SUH Sang-Hyuk ຊ່ຽວຊານເຮັດວຽກປະຈຳຢູ່ ສວນ ແລະ ມີຜູ້​ເຂົ້າ​ຮ່ວມຈາກ 7 ພາກສ່ວນ ລວມມີທັງໝົດ 25 ທ່ານ, ຍິງ 13 ທ່ານ.

Featured

ສາມພາກສ່ວນຂະແໜງຍ່ອຍວິທະຍາສາດ, ກະຊວງສຶກສາທິການ ແລະ ກິລາ ໄດ້ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງລາວ 20 ກໍລະກົດ 2024 ຄົບຮອບ 69 ປີ.

WhatsApp Image 2024 07 19 at 15.10.53

     ໃນວັນທີ 19 ກໍລະກົດ 2024 ສາມພາກສ່ວນຂະແໜງຍ່ອຍວິທະຍາສາດ, ກະຊວງສຶກສາທິການ ແລະ ກິລາ ໄດ້ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 69 ປີ, ຢູ່ທີ່ສວນວິທະຍາສາດ ແລະ ພຶກສາສາດ, ບ້ານຫ້ວຍໂຄ້ງ  ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມນຳພາຂະບວນໃນຄັ້ງນີ້ມີ...

Featured

ສວນ ເປີດຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນຂະແໜງ ສສກ ປະຈຳສົກປີ 2024-2025.

ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳໄດ້ຈັດພິທີເປີດຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນຂະແໜງ ສສກ ປະຈຳສົກປີ 2024-2025.

WhatsApp Image 2024 07 11 at 14.32.56 

ໃນຕອນເຊົ້າຂອງວັນທີ 05 ກໍລະກົດ 2024, ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ(ສວນ) ໄດ້ເປີດຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນຂະແໜງ ສສກ ປະຈຳສົກປີ 2024-2025 ທີ່ ຫ້ອງປະຊຸມ ຂອງສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ຢ່າງເປັນທາງການ.

.featured { display: none; }