ສໍາເລັດກອງປະຊຸມສໍາມະນາເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ທີ່ພະແນກສຶກສາທິການ ແລະ ກິລາ, ແຂວງ ສະຫວັນນະເຂດ
ໃນລະຫວ່າງ ວັນທີ 26-28 ພະຈິກ 2024 ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ (ສວນ) ໄດ້ລົງໄປເຄື່ອນໄຫວວຽກງານຮ່ວມກັບ ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ແລະ ຈັດກອງປະຊຸມສໍາມະນາເຜີຍແຜ່ວຽກງານ ກໍ່ຄື ຜົນງານການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ໂດຍເປັນປະທານຮ່ວມ ຂອງ ທ່ານ ປອ. ສີພອນ ແສງສຸລິຈັນ, ວ່າການແທນຜູ້ອໍານວຍການ ສວນ, ສສກ ແລະ ທ່ານ ປອ. ສຸກສົມພອນ ອະໂນໄທ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ສະຫວັນນະເຂດ, ມີຜູ້ເຂົ້າຮ່ວມກອງປະຊຸມທີ່ມາຈາກບັນດາມະຫາວິທະຍາໄລ, ວິທະຍາໄລ ພາກລັດ ແລະ ເອກະຊົນ ແລະ ພະນັກງານ-ລັດຖະກອນ ຂອງ ພະແນກສຶກສາທິການ ແລະ ກິລາ ແຂວງ ທັງໝົດ 27 ທ່ານ.

ກອງປະຊຸມສໍາມະນາຄັ້ງນີ້ ມີ 02 ຈຸດປະສົງຫຼັກ ນໍາສະເໜີ ໜຶ່ງ, ການພັດທະນາວຽກງານ ແລະ ເຜີຍແຜ່ບາງຜົນງານການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ຂອງ ສະຖາບັນ ໄລຍະຜ່ານມາ ເຊິ່ງມີທັງໝົດ 04 ຫົວຂໍ້ ແລະ ສອງ, ແລກປ່ຽນຂໍ້ມູນຂ່າວສານ ແລະ ຖອດຖອນບົດຮຽນ ກ່ຽວກັບການເຄື່ອນໄຫວວຽກງານວິທະຍາສາດ ກໍ່ຄື ວຽກງານການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ຢູ່ສູນກາງ, ຢູ່ທ້ອງຖິ່ນ ລວມທັງ ຢູ່ມະຫາວິທະຍາໄລ-ວິທະຍາໄລ ພາກລັດ ແລະ ເອກະຊົນ.



