ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • 1P.png
  • 2P.png
  • 3P.png
  • 4P.png
  • IMG_3048.jpg
  • IMG_3062.jpg
  • IMG_3068.jpg
  • photos siri 1.jpg
  • photos siri 2.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ຈັດກິດຈະກຳສ້າງຈິດສໍານຶກດ້ານດາລາສາດ ໃຫ້ນ້ອງນັກຮຽນ ໂຮງຮຽນ ມສ ໂພນງາມ

     ທ່ານ ປອ ນະຄອນຄໍາ ໄຊບົວເງິນ ຫົວໜ້າສູນພັດທະນາຫຼັກສູດ ແລະ ຝຶກອົບຮົມ ໄດ້ກ່າວວ່າ: “ການ ຈັດກິດຈະກຳໃນຄັ້ງນີ້ ແມ່ນສ່ວນໜຶ່ງຂອງການສ້າງຈິດສໍານຶກດ້ານດາລາສາດ ແລະ ການພັດທະນາການຮຽນ-ການ ສອນ ວິຊາວິທະຍາສາດ. ຫວັງວ່າ ຄວາມຮູ້ພື້ນຖານທີ່ນ້ອງໆໄດ້ຮັບໃນມື້ນີ້ ຈະເປັນແນວທາງໃຫ້ເຂົາເຈົ້າຢາກຮຽນຮູ້ ຄົ້ນຄວ້າເພີ່ມເຕີມ ແລະ ບາງຄົນອາດຈະເຕີບໃຫຍ່ໄປເປັນນັກດາລາສາດ ຫຼື ນັກວິທະຍາສາດ ທີ່ສໍາຄັນຂອງຊາດ ໃນອະນາຄົດ."

     ນາງ ເບົາໃບ ວ່າງ, ນັກຮຽນ ຊັ້ນ ມໍ6 ໄດ້ໃຫ້ສໍາພາດວ່າ: “ດີໃຈຫຼາຍທີ່ໄດ້ເຂົ້າຮ່ວມກິດຈະກຳໃນມື້ນີ້. ປົກກະຕິຂ້ອຍມັກເບິ່ງດວງດາວ ແຕ່ບໍ່ເຄີຍຮູ້ລາຍລະອຽດເລິກເຊິ່ງ ແລະ ນີ້ເປັນຄັ້ງທໍາອິດທີ່ໄດ້ເຫັນດວງຈັນ ແລະ ດາວເຄາະຜ່ານກ້ອງສ່ອງທ້ອງຟ້າ ມັນສວຍງາມ ແລະ ເຮັດໃຫ້ເກີດຈິນຕະນາການຫຼາຍຂຶ້ນ. ຂ້ອຍຈະເອົາຄວາມຮູ້ ນີ້ໄປບອກໝູ່ ແລະ ໄປຊອກຮຽນຮູ້ຕື່ມອີກ.”

     ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ມີແຜນຈະສືບຕໍ່ຈັດກິດຈະກຳແບບນີ້ເປັນປະຈຳທຸກປີ ເພື່ອກະຕຸ້ນຄວາມສົນໃຈ ແລະ ຍົກລະດັບຄວາມຮູ້ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ໃຫ້ ແກ່ນັກຮຽນຢ່າງຕໍ່ເນື່ອງ.

 

WhatsApp Image 2026 03 02 at 16.19.23

 

WhatsApp Image 2026 03 02 at 16.19.24 2

 

WhatsApp Image 2026 03 02 at 16.19.24

.featured { display: none; }