ໃນໄລຍະການຢ້ຽມຢາມ ແລະ ພົບປະເຮັດວຽກຮ່ວມກັນ ທາງຄະນະຜູ້ແທນຂອງ ວິທະຍາຄານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ການນຳກະຊວງສຶກສາທິການ ແລະ ກິລາ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ໄດ້ຮ່ວມກັນປຶກສາຫາລື ກັບສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ກະຊວງສຶກສາທິການ ແລະ ກິລາ ຕໍ່ທິດທາງ ການຮ່ວມມືທີ່ເປັນໄປໄດ້ໃນຕໍ່ໜ້າ ເຊິີ່ງເນື້ອໃນການໂອ້ລົມທັງໝົດ ແມ່ນບົນພື້ນຖານມິດຕະພາບການຮ່ວມມື ຂອງ ລາວ-ຫວຽດນາມ.





ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີງາມ, ສ້າງສັນ ແລະ ເປັນກັນເອງ ທັງສອງຝ່າຍໄດ້ປຶກສາຫາລືກັນຢ່າງເລິກເຊິງ ຕໍ່ການຮ່ວມມືໃນຕໍ່ໜ້າ.