ຈຸດປະສົງຂອງການເປີດຊຸດຝຶກອົບຮົມຄັ້ງນີ້ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ເຕັກນິກການນໍາໃຊ້ ປັນຍາປະ ດິດ (AI) ເຂົ້າໃນການບໍລິຫານຈັດການຂໍ້ມູນ, ວຽກງານຫ້ອງການ ແລະ ວຽກງານການຄົ້ນຄວ້າ. ຊຶ່ງໃຫ້ກຽດການບັນລະຍາຍ ໂດຍ ປອ. ສົມສັກ ອິນທະສອນ ຮອງຫົວໜ້າພາກວິຊາ ວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ ຊຶ່ງປະກອບມີຫົວຂໍ້:
- ຄວາມຮູ້ພຶ້ນຖານກ່ຽວກັບປັນຍາປະດິດ (AI);
- ຮຽນຮູ້ການນໍາໃຊ້ເຄື່ອງມື ປັນຍາປະດິດ (AI);
- ພາກປະຕິບັດຕົວຈິງ;

ໃນການຝຶກອົບຮົມ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເຊັ່ນ: ເຕັກນິກການປ້ອນຄໍາສັ່ງ (AI) ເຮັດວຽກໃຫ້ໄດ້ຜົນລັບທີ່ຊັດເຈນ ແລະ ມີຄຸນນະພາບ, ການນໍາໃຊ້ເຄື່ອງມື Gemimi, ChatGPT, Claude ແລະ Copilot.

ການຝຶກອົບຮົມຄັ້ງນີ້ ຖືເປັນບາດກ້າວສໍາຄັນ ໃນການຊຸກຍູ້ການຫັນເປັນດິຈິຕ໋ອນ ແລະ ການຮຽນຮູ້ເຕັກໂນໂລຊີ ທີ່ທັນສະໄໝ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ໃຫ້ມີຄຸນນະພາບ ແລະ ປະຢັດເວລາ.
ການຝຶກອົບຮົມດັ່ງກ່າວ ໄດ້ໄຂຂຶ້ນ ແລະ ປິດລົງ ໃນວັນດຽວກັນ ດ້ວຍຜົນສໍາເລັດຢ່າງຈົບງາມ.
