ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ໌ຂອງສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ     Welcome to website of Science and Innovation Research Institute
  • 1P.png
  • 2P.png
  • 3P.png
  • 4P.png
  • 5P.png
  • 6P.png
  • IMG_3048.jpg
  • IMG_3062.jpg
  • IMG_3068.jpg
  • photos siri 1.jpg
  • photos siri 2.jpg
  • WhatsApp Image 2024-07-10 at 13.44.47.jpeg
  • WhatsApp Image 2024-07-10 at 13.49.32.jpeg
  • WhatsApp Image 2024-07-10 at 15.34.07.jpeg
Featured

 

     ຈຸດປະສົງ ຂອງ ກອງປະຊຸມໃນຄັ້ງນີ້ ໜຶ່ງ: ຜ່ານຮ່າງບົດສະຫຼຸບກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025, ສອງ: ລົງຄະແນນປະເມີນໜ່ວຍພັກ ແລະ ສະມາຊິກພັກທັງໝົດ ຂອງ ໜ່ວຍພັກຮາກຖານສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ.

     ໃນພິທີດັ່ງກ່າວ ສະຫາຍ ໜູໄກ ລາດສະວົງ ຕາງໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ສະຫາຍ ຄຳອອນ ພອນປະເສີດ ຕາງໜ້າຈາກກົມກວດກາ ໄດ້ຜ່ານ ແຈ້ງການ ສະບັບເລກທີ 2095/ຈຕ, ລົງວັນທີ 14 ຕຸລາ 2024 ວ່າດ້ວຍການປະເມີນໜ່ວຍພັກ ແລະ ສະມາຊິກພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈໍາປີ 2024 ແລະ ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025; ເຜີຍແຜ່ຄໍາສັ່ງວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສະບັບເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018; ເຜີຍແຜ່ເອກະສານ ຄໍາແນະນຳກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງ ຂອງ ກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສະບັບເລກທີ 291/ຄຈພ, ລົງວັນທີ 26 ເມສາ 2018 ແລະ ແນະນຳວິທີການປະເມີນ.

     ຫຼັງຈາກນັ້ນ, ສະຫາຍ ປອ. ສີພອນ ແສງສຸລິຈັນ ຕາງໜ້າໜ່ວຍພັກຮາກຖານສະຖາບັນ ໄດ້ຜ່ານຮ່າງບົດສະຫຼຸບກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ແລະ ໄດ້ເປີດເວທີໃຫ້ສະມາຊິກພັກປະກອບຄຳຄິດເຫັນ ຕໍ່ ຮ່າງບົດສະຫຼຸບດັ່ງກ່າວ ດ້ວຍຄວາມຮັບຜິດຊອບ ແລະ ເປັນເຈົ້າການ ແລະ ສະມາຊິກພັກທັງໝົດ ຂອງໜ່ວຍພັກຮາກຖານ ສວນ ໄດ້ລົງຄະແນນປະເມີນໜ່ວຍພັກ ແລະ ປະເມີນສະມາຊິກພັກທັງໝົດ.

WhatsApp Image 2024 11 22 at 14.09.42

WhatsApp Image 2024 11 22 at 14.09.38

ກອງປະຊຸມ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ສະມາຊິກພັກ. ພະນັກງານ-ລັດຖະກອນ ຂອງສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ທີ່ໄດ້ພ້ອມກັນເອົາໃຈໃສ່ ຕັ້ງໜ້າປະຕິບັດໜ້າທີ່ວຽກງານ ດ້ວຍຄວາມຮັບຜິດຊອບສູງ; ພ້ອມດຽວກັນນີ້ ກອງປະຊຸມ ໄດ້ຮຽກຮ້ອງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ຈົ່ງເພີ່ມທະວີຄວາມສາມັກຄີ ຄວາມເປັນຈິດໜຶ່ງໃຈດຽວ ເປັນປຶກແຜ່ນ ເພື່ອຈັດຕັ້ງປະຕິບັດທິດທາງໜ້າທີ່ວຽກງານ ທີ່ ສວນ ໄດ້ວາງອອກ ໃຫ້ມີຜົນສຳເລັດ ແລະ ປະກົດຜົນເປັນຈິງ.

WhatsApp Image 2024 11 22 at 14.09.43

WhatsApp Image 2024 11 22 at 14.09.45

ກອງປະຊຸມດັ່ງກ່າວໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ໄດ້ປິດລົງໃນເວລາ 12:20 ນາທີ ຂອງວັນດຽວກັນ.

.featured { display: none; }